ສື່​ມວນ​ຊົນ​ຍີ່​ປຸ່ນ​​ເປີດ​ເຜີຍ​ຂະ​ບວນການ ​ອາ​ເມ​ລິ​ກາມ​ອບສິດ​ຄຸ້ມ​ຄອງ​ເກາະ​ຕ້ຽວ​ອີ​ໃຫ້​ຍີ່​ປຸ່ນ​ໂດຍ​ທາງ​ລັບ

(GMT+08:00) 2012-10-02 14:10:56     cri

ຫນັງສືພິມ​ອາຊາ​ຮີ​ຊິ​ມບຸນຂອງ​ຍີ່​ປຸ່ນສະບັບ​ວັນ​ທີ 30 ກັນຍາ​​ແລ້ວນີ້​ໄດ້​ເປີດ​ເຜີຍ​ເອກະສານ​ລັບ​ຂອງ​ອາ​ເມ​ລິ​ກາ​ສອງ​ສະບັບ, ​ໄດ້​ຢືນຢັນວ່າ, ອາ​ເມ​ລິ​ກາມ​ອບສິດ​ຄຸ້ມ​ຄອງ​ເກາະ​ຕ້ຽວ​ອີ​ໃຫ້​ຍີ່​ປຸ່ນ​ແມ່ນ​ການ​ກະທຳ​​ໂດຍ​ທາງ​ລັບທີ່ລະ​ເມີດ​ກົດຫມາຍ​ສາກົນ.

ຂ່າວ​ແຈ້ງວ່າ, ​ເອກະສານ​ສອງ​ສະບັບ​ດັ່ງກ່າວ​ແມ່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຢູ່ທະ​ເລ​​ໃນ​ບໍລິ​ເວນ​ເກາະ​ຕ້ຽວ​ອີ​ແລະ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ອະທິ​ປະ​ໄຕ​ຕໍ່​ເກາະ​ຕ້ຽວ​ອີ​ທີ່​ກົມ​ຂ່າວ​ກອງສູນ​ກາງ​ອາ​ເມ​ລິ​ກາ​ຫລື CIA ກ່ອນ​ອາ​ເມ​ລິ​ກາ​ກັບ​ຍີ່​ປຸ່ນ​ເຊັນ​ສັນຍາກ່ຽວ​ກັບ​ອາ​ເມ​ລິ​ກາ​ມອບ​ໂອ​ກີ​ນາວາ​ຄືນ​ໃຫ້​ຍີ່​ປຸ່ນ​​ໃນ​ວັນ​ທີ 17 ມິຖຸນາ​ 1971.​ໃນ​ເວລາ​ນັ້ນ, ອາ​ເມ​ລິ​ກາ​ກັບ​ຍີ່​ປຸ່ນ​ເອົາ​ເກາະ​ຕ້ຽວ​ອີ​ເປັນ​​ເງື່ອນໄຂ​ໃນ​ການ​ເຊັນ​ສັນຍາ​ດັ່ງກ່າວ, ຍ້ອນ​ຖືກ​ແຜ່ນດິນ​ໃຫຍ່​ຈີນ​ແລະໄຕ້​ຫວັນ​ຄັດຄ້ານ, ຢູ່​ພາຍ​ໃນລັດຖະບານ​ອາ​ເມ​ລິ​ກາ​ເຄີຍ​ມີຄວາມ​ລັງ​ເລ​ໃຈ​ແລະ​ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້, ​ແຕ່​ໃນ​ທີ່​ສຸດ​ບໍ່​ໄດ້​ຂັດຂວາງ​ການ​ກະທຳ​ທີ່​ລະ​ເມີດ​ກົດຫມາຍ​ສາກົນ​ດັງກ່າວ.ທ່ານ​ກີ​ຊິງ​ເກີ, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ເວລາ​ນັ້ນ​ໄດ້​ຕົກລົງ​ຫລັກ​ຫມັ້ນທີ່​ວ່າ​​ເອົາສິດ​ຄຸ້ມ​ຄອງ​​ໃຫ້​ຜູ່​ໃດບໍ່​ຫມາຍ​ຄວາມ​ວ່າອະທິປະ​ໄຕ​ແມ່ນ​ຂຶ້ນ​ກັບຜູ່ນັ້ນ,​ເຊິ່ງຫລັກ​ຫມັ້ນຂອງ​ອາ​ເມ​ລິ​ກາ​ນີ້​​ໄດ້​ສືບ​ທອດ​ຈົນມາ​ຮອດ​ປັດຈຸບັນ.