ນາຍົກ​ຍີ່​ປຸ່ນປັບປຸງ​ຄະນະ​ລັດຖະບານ​​ເທື່ອ​ໃຫມ່​ແມ່ນ​ຍາກ​ທີ່​ຈະ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ຫຍຸ້ງຍາກ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ

(GMT+08:00) 2012-10-02 15:02:51     cri

ວັນ​ທີ 1 ຕຸລາ 2012, ທ່ານ​ໂນ​ດາ ໂຢຊີຮີໂກ, ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ສ້າງ​ຕັ້ງ​ຄະນະ​ລັດຖະບານ​ຊຸດ​ທີ​ສາມ​ນັບ​ແຕ່​ທ່ານ​ດຳລົງ​ຕຳ​ແຫນ່​ງນາ ຍົກລັດຖະມົນຕີ​ໃນ​ປີ​ກາຍ​ນີ້​ມາ. ນາງ​ຕານາ​ກາ ມາ​ກີ​ໂກ ທີ່​ຄັດຄ້ານ​ໃຫ້​ເກາະ​ຕ້ຽວ​ອີ​ເປັນ​ຂອງ​ລັດ, ລູກ​ສາວ​ຂອງທ່ານ​ຕານາ​ກາ ຄາ​ຄູ​ເອອີ,ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ​ເຂົ້າ​​ເປັນ​ສະມາຊິກ​ລັດຖະບານ​ຊຸດ​ນີ້​ເຮັດ​ໃຫ້​ຄົນ​ທັງຫລາຍ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ.​​​ແຕ່​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຕາມ​ຫລັງ​ນັ້ນ, ທ່ານ​ໂນ​ດາ​ຍັງ​ຍຶດຫມັ້ນຫລັກ​ຫມັ້ນອັນຜິດພາດ, ກ່າວ​ວ່າເກາະ​ຕ້ຽວ​ອີ​ບໍ່​ມີ​ບັນຫາ​ດ້ານ​ອະທິປະ​ໄຕ.ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ທ່ານ​ໂນ​ດາປັບປຸງ​ຄະນະ​ລັດຖະບານບໍ່​ພຽງ​ແຕ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃຫ້​ດີ​ຂຶ້ນທໍ່​ນັ້ນ, ຍັງ​ຍາກ​ທີ່​ຈະ​ປ່ຽນ​ແປງ​ສະພາບ​ຊຸດ​ໂຊມ​ຂອງ​ພັກ​ປະຊາທິປະ​ໄຕ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ຕໍ່ຫນ້າ​ນີ້.

​  ໃນ​ການ​ປັບປຸງຄະນະ​ລັດຖະບານ​ເທື່ອ​ນີ້, ທ່ານ​ໂນ​ດາ​ໄດ້​ປ່ຽນ​ສະມາຊິກ​ຄະນະ​ລັດຖະບານ 10 ທ່ານ​​ເຊັ່ນ​ວ່າ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ,​ແລະ​ໄດ້​ສື​ບຕໍ່​ໃຊ້​ລັດຖະມົນຕີ​ເກົ່າ​ 8 ທ່ານ​ເຊັ່ນ:ທ່ານ​ຄາ​ຊືຢາ ​ໂອກາ​ຕາ,ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ທີ່​ຮັບຜິ​ດຊອບ​ການ​ປະຕິ​ຮູບ​ການ​ປະກັນ​ສັງຄົມ​ແລະ​ໂຄງ​ປະກອບ​ພາສີ​ອາກອນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ແລະ​ການ​ປະຕິຣູບການ​ບໍລິຫານ​ແລະ​ທ່ານ​ອື່ນໆ.ການ​ກະທຳ​ຂອງ​ທ່ານ​ໂນ​ດາ​ແມ່ນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ການ​ຕ່າງປະ​ເທດ. ​ໃນ​ດ້ານ​ວຽກ​ງານ​ພາຍ​ໃນປະ​ເທດ, ພັກ​ທີ່​ບໍ່​ກຳ​ອຳນາດ​ໄດ້​ເພີ່ມ​ທະວີ​ການ​ຕໍ່ຕ້ານ​ກັບ​ທ່ານ​ໂນ​ດາ, ບີບບັງຄັບ​ໃຫ້​ທ່ານ​ໂນ​ດາ​ຍຸບ​ສະພາ​ຕ່ຳ​ໂດຍ​ໄວ, ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ກ່ອນ​ເວລາ​ກຳນົດ.​ໃນ​ດ້ານ​ການ​ຕ່າງປະ​ເທດ, ຍ້ອນ​ອຳນາດ​ການ​ປົກຄອງ​ ​ໂນ​ດາ​ບໍ່​ຍອມຮັບ​ເລື່ອງ​ຈິງ​ດ້ານ​ປະຫວັດສາດ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຍີ່​ປຸ່ນກັບ​ຈີນ​ແລະ​ກັບສ.​ເກົາຫລີ​ຊຸດ​ຮ້າຍ​ລົງ​ເລື້ອຍໆ.ນັກວິ​ເຄາະ​ເຫັນ​ວ່າ, ​ໃຕ້​ສະພາບ​ທີ່​ວຽກ​ງານ​ພາຍ​ໃນປະ​ເທດ​ແລະວຽກ​ການ​ຕ່າງປະ​ເທດ​ເກີດ​ມີ​ຄວາມ​ຫຍຸ້ງຍາກ​ປານ​ນີ້, ທ່ານ​ໂນ​ດາ​ໄດ້ສຳນຶກ​ຮູ້​ວ່າ​ພັກ​ປະຊາທິປະ​ໄຕອາດ​ຈະ​ບໍ່ສາມາດ​ກຳ​ອຳນາດ​ຕໍ່​ໄປ​ໄດ້,ສະ​ນັ້ນ,ຈິ່ງ​ປັບປຸງ​ຄະນະ​ລັດຖະບານ​ຊຸດ​ໃຫມ່,ຫາງ​ສຽງ​ຖື​ການ​ປັບປຸງ​ໃຫມ່​ຂອງ​ທ່ານ​ໂນ​ດາ​ເປັນ​ຄະນະ​ລັດຖະບານ​ຊຸດ​ໃຫມ່​ທີ່​ຈະ​ລາ ເນື່ອງ​ໃນ​ໂອກາດ​ທີ່​ຈີນ​ກັບ​ຍີ​ປຸ່ນມີ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ, ທ່ານ​ໂນ​ດາໃຫ້​ນາງ​ຕານາ​ກາ ມາ​ກີ​ໂກ​ເຂົ້າ​ເປັນ​ສະມາຊິກ​ລັດຖະບານ​ແມ່ນ​ເພື່ອຢາກ​ນຳ​ໃຊ້​ການພົວພັນ​ມິດຕະພາບກັບ​ຜູ່​ນຳ​ຈີນ​ຂອງ​ນາງ,ສ້າງ​ຊ່ອງ​ທາງ​ທີ່​ທຳ​ຄວາມ​ເຂົ້າ​ໃຈ​ກັບ​ຂັ້ນ​ສູງ​ຂອງ​ຈີນ​ໂດຍ​ກົງ.​ແຕ່​ນັກວິ​ເຄາະ​ກໍ່​ເຫັນ​ວ່າ, ການຈັດ​ຕັ້ງ​ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ​ໂນ​ດາ​ທີ່​​ແຂງ​ຕົວ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ,ພຽງ​ແຕ່ ນາງ​ຕານາ​ກາ ມາ​ກີ​ໂກ​ຄົນ​ດຽວ​​ແມນ​ບໍ່​ສາມາດ​ປ່ຽນ​ແປງ​ນະ​ໂຍບາຍ​ຕໍ່​ຈີນ​ຂອງ​ທ່ານ​ໂນ​ດາ​ໄດ້.

ນອກ​ນີ້,​ໃນ​ຫນຶ່ງ​ປີ​ທີ່​ທ່ານ​ໂນ​ດາ​ກຳ​ອຳນາດ​ເປັນ​ຕົ້ນ​ມາ, ທີ່​ນັ່ງ​ຂອງ​ພັກ​ປະຊາທິປະ​ໄຕ​ໃນ​ສະພາ​ຕ່ຳ​ໄດ້​ຈາກ 300 ກວ່າ​ທີ່​ນັ່ງ​ຫລຸດ​ຫນ້ອຍ​ເປັນ 247 ທີ່​ນັ່ງ, ປັດຈຸບັນ​ມີ​ອີກ​ 3 ຄົນ​ສະ​ເຫ​ນີວ່າຖອນ​ຕົວ​ອອກ​ຈາກ​ພັກ​ປະຊາທິປະ​ໄຕ, ​ໃນ​ຕໍ່ຫນ້າ​ນີ້​ຖ້າ​ມີ​ອີກ 6 ຄົນ​ຖອນ​ຕົວອອກ​ຈາກ​ພັກ​,ພັກ​ປະຊາທິປະ​ໄຕ​ກໍ່​ຈະ​ເສຍທ່າ​ແຮງ​ທີ່​ຍຶດ​ເອົາ​ທີ່​ນັ່ງ​ກວມ​ເຄິ່ງຫນຶ່ງ​ໃນ​ສະພາ​ຕ່ຳ. ນັກວິ​ເຄາະ​ເຫນ​ວ່າ, ທ່ານ​ໂນ​ດາ​ອາດ​ຈະ​ບໍ່​ມີ​ວິທີ​ຫຍັງ​ອີກ​ແລ້ວ​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ຕໍ່ຕ້ານ​ຂອງ​ພັກ​ທີ່​ບໍ່​ກຳ​ອຳນາດ.