ກອງ​ກຳ​ປັ່ນລາດຕະ​ເວນທາງທະ​ເລ​ຂອງ​ຈີນ​ໄປ​ລາດຕະ​ເວນຢູ່​ນ່ານທະ​ເລ​​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-03 14:35:30     cri

​ເພື່ອ​ເປັນ​ການ​ຕອບ​ໂຕ​ຕໍ່​ການ​ກະທຳ​ຜິດ​ກົດມຫາຍ​ຂອງ​ບຸກຄົນ​ຝ່າຍຂວາ​ຍີ່​ປຸ່ນ​ເຂົ້າ​ສູ່​ນ່ານ​ທະ​ເລ​ເກາະ​ຕ້ຽວ​ອີ,ວັນ​ທີ 2 ຕຸລາ​ນີ້,ກອງ​ກຳ​ປັ່ນ​ລາດຕະ​ເວັນ​ທາງ​ທະ​ເລ​ຂອງ​ຈີນ​ໄດ້​​ໄປ​ລາດຕະ​ເວນ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ອີກ​ເທື່ອ​ຫນຶ່ງ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ຈີນ.

ວັນ​ທີ 2 ຕຸລາ​ນີ້, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ​ກ້າແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ບຸກຄົນຝ່າຍຂວາຂອງ​ຍີ່​ປຸ່ນ​ເຂົ້າ​ສູ່​ເຂດ​ທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດຫມາຍ, ​ແລະ​ມີ​ສະຕິ​ລະວັງ​ຕົວຢ່າງ​ສູງ​ຕໍ່​ເຈດ​ຕະນາ​ແລະ​ຈຸດປະສົງ​ຂອງ​ພວກ​ເຂົາ​ເຈົ້າ.ຖ້າວ່າ​ການ​ກະທຳ​ທ້າ​ທາຍ​ເກາະ​ຜິດ​ແນວ​ນີ້​ບໍ່​ໄດ້​ຖືກ​ສະກັດ​ກັ້ນ,ອາດ​ຈະ​​ເຮັດ​ໃຫ້​ສະຖານະ​ການ​ຍິ່ງ​ສັບສົນ​ຂຶ້ນ, ຈີນ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້.