ກອງ​ປະຊຸມອາ​​ແຊັບ 7 ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ

(GMT+08:00) 2012-10-03 14:44:43     cri


(ທ່ານທອງສິງ ທຳມະວົງກ່າວຄຳປາໃສໃນກອງປະຊຸມອາແຊັບ)



ຕອນ​ເຊົ້າ​ວັນ​ທີ 3 ຕຸລາ​ນີ້, ກອງ​ປະຊຸມ​ການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ​ເອີ​ລົບຄັ້ງ​ທີ 7 ​ຫລື(ອາ​​ແຊັບ ASEP )ທີ່​ຈະ​ດຳ​ເນີນ​ເປັນ​ເວລາ​ 2 ວັນ​ນັ້ນ​ໄດ້​ໄຂ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ​ຂອງ​ສປປລາວ. ຜູ່​ຕາງຫນ້າ​ຂອງ 43 ສະມາຊິກ​ຈາກ 15 ປະ​ເທດ​ອາຊີ, 27 ປະ​ເທດ​ເອີ​ລົບ​ແລະ​ສະພາ​ເອີ​ລົບ,ພ້ອມ​ກັບ 7 ປະ​ເທດ​ສັງ​ເກດ​ການ​ແລະ​ຜູ່​ຕາງຫນ້າ​ຂອງ 6 ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.ກອງ​ປະຊຸມ​ຍັງ​ປະກາດ​ວ່າ​ຮັບ​ເອົາ​ອົສຕຼາລີ, ຣັດ​ເຊຍ,ມຽນມາ​ແລະ​ນູ​ແວນ​ເຊ​ລັງ​ເປັນ​ສະມາຊິກ​ ​ຂອງ​ກອງ​ປະຊຸມ.

ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນ: ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ອາຊີ​ເອີ​ລົບ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ຈະ​ຫາລື​ແລະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ບັນ ຫາ​ຕ່າງໆ​ເຊັ່ນ:ຄວາມ​ປອດ​ໄພ​ດ້ານ​ອາຫານ, ການ​ຄຸ້ມ​ຄອງ​ຫນີ້​ສິນ​ພາກສາທາລະ ນະ​, ການ​ຄຸ້ມຄອງ​ຊັບພະຍາກອນທຳ​ມະ​ຊາດ, ການທ່ອງທ່ຽວ, ການ​ຄູ້ມ ຄອງ​ໄພພິບັດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື,​ແລະ​ພັດທະນາ​ຊັບພະຍາກອນ​ມະນຸດ.

ທ່ານ​ນາງ​ປານີ ຢາ​ທໍ​ຕູ້, ປະທານ​ສະພາ​ແຫ່ງ​ຊາດ,​ແລະ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີສປປລາວ​ໄດ້​ກ່າວ​ຄຳ​ປາ​ໃສ​​ໃນພິທີ​ໄຂ​ໂດຍ​ເຊື່ອ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ຈະ​ສາມາດ​ຕອບ​ສະຫນອງ​ຄວາມ​ປາຖະຫນາ​ຂອງ​ປະຊາຊົນ​ອາຊີ​ເອີ​ລົບ​ທີ່​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລະ​ຊອກ​ພົບເສັ້ນທາງ​ໃຫມ່​ທີ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ປັດຈຸບັນ​ກໍ່​ຄື​ອະນາຄົດ.

ກອງ​ປະຊຸມ​ການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ​ເອີ​ລົບແມ່ນ​ເວທີ​ປຶກສາ​ຫາລື​ລະຫວ່າງ​ລັດຖະສະພາ​ທີ່​ບໍ່​ເປັນ​ທາງ​ການ, ​ປະກອບ​ດ້ວຍ​ສະພາ​ປະ​ເທດ​ສະມາຊິກ​ຂອງ​ກອງ​ປະຊຸມ​ສອດ​ຍອດ​ອາ​ເຊັມແລະ​ສະພາ​ເອີ​ລົບ.ຈຸດ ປະສົງ​ຂອງ​ກອງ​ປະຊຸມ​ອາ​ແຊັບແມ່ນ​ເພື່ອ​ຜ່ານ​ການ​​ເພີ່ມ​ທະວີ​ການສົນ ທະນາກັນ​ໃນ​ສະພາ​ສະມາຊິກ​ຂອງ​ກອງ​ປະຊຸມສຸດ​ຍອດ​ອາ​ເຊັມ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນອາຊີ​ເອີ​ລົບ,ຊຸກ​ຍູ້​ຂະ​ບວນວິວັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ.


1 2