ອາ​ເຊັບ 7 ຣັບ​ເອົາ​ສະມາຊິກ​ໃໝ່ 4 ປະ​ເທດ

(GMT+08:00) 2012-10-03 16:55:42     cri

ຕາມ​ຂ່າວ CRI : ຕອນ​ບ່າຍ​ມື້​ນີ( 3 ຕຸລາ2012), ກອງ​ປະຊຸມ​ການ​ເປັນຄູ່ຮ່ວມ ລັດຖະສະພາ​ອາຊີ​ເອີ​ລົບ​ຄັ້ງ​ທີ 7 ຫລື ອາ​ເຊັບ 7 ທີ່​ນະ​ຄອນ​ຫລວງ​ວຽງຈັນ​ໄດ້​ສືບຕໍ່ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ປານີ ຢາ​ທໍ່ຕູ້ ປະທານ​ກອງ​ປະຊຸມ, ປະທານ​ສະພາ​ແຫ່ງ​ຊາດ​ລາວ, ມີ​ບັນດາ​ຫົວໜ້າ ຄະນະ​ຜູ້​ແທນ​ປະ​ເທດ​ສະມາຊິກ​ແລະ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

 ການ​ດຳ​ເນີນ​ກອງ​ປະຊຸມ​ໃນຕອນ​ບ່າຍ​ຂອງ​ມື້​ນີ້​ໄດ້​ສືບຕໍ່ຮັບຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ຫົວໜ້າຄະນະ​ຜູ້​ແທນ​ແຕ່ລະ​ປະ​ເທດ, ພິ​ເສດ​ໃນ​ກອງ​ປະຊຸມ​ໄດ້ຮັບ​ເອົາ​ປະ​ເທດ​ສະມາຊິກ​ຄູ່​ຮ່ວມ​ລັດຖະສະພາ​ອາຊີ-​ເອີ​ລົບ​ຊຸດ​ໃໝ່ 4 ປະ​ເທດຄື: ມຽນມາ, ອົດ​ສະ​ຕາ​ລີ, ລັດ​ເຊຍ​ແລະ​ນິວຊີ​ແລນ​, ​ເຊິ່ງເພີ່ມ​ຈາກ 43 ປະ​ເທດ​ໃນ​ກອງ​ປະຊຸມ​ອາ​ເຊັບ6​ທີ່​ນະຄອນ​ຄອນຫລວງ​ບຼຸກ​ແຊນ​​ຂອງ​ແບນ​ຊິກ ມາ​ເປັນ 47 ປະ​ເທດ​ໃນ​ປັດຈຸບັນ, ພິທີ​ຮັບ​ເອົາ​ສະມາຊິກ​ໃໝ່​ໄດ້ເລີ່​ມຈາກ​ການເຄື່ອນ​ຍ້າຍ​ທຸງຊາດ​ແລະ​ຕິດ​ຕາມ​ດ້ວຍ​ຄະນະຜູ້​ແທນ​ພ້ອງ​ທັງ​ການບັນ​ເລງ​ເພງ​ຊາດຂອງ​ປະ​ເທດ​ສະມາຊິກ​ໃໝ່.