ຈີນ​ໃຫ້​ວຽກງານ​ສະບຽງອາຫານ​ແລະ​ການ​ຄໍ້າປະກັນ​ຄວາມພຽງພໍຢູ່ບຸລິ​ມະສິດລະດັບ​ຊາດ

(GMT+08:00) 2012-10-04 14:23:43     cri
ຕາມ​ຂ່າວ CRI: ​ວັນ​ທີ 3 ຕຸລາ​ນີ້, ໃນ​ເວລາ​ການ​ດຳ​ເນີນ​ກອງ​ປະຊຸມ​ຄູ່​ຮ່ວມ​ລັດ​ຖະສະພາ​ອາ​ຊີ​ເອີ​ລົບ​ຄັ້ງ7 ຫລື​ອາ​ເຊັບ 7 ທີ່​ນະຄອນຫລວງ​ວຽງຈັນ. ທ່ານ ຊັງ​ຊຽວຊັນ ສະມາຊິກ​ກຳມະການ​ວຽກງານ​ຊົນນະບົດ​ແລະ​ກະ​ຊິ​ກຳ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ປະກອບ​ຄຳ​ເຫັນ​ຕໍ່ກອງ​ປະຊຸມ​ກ່ຽວກັບ​ການ​ຮັບປະກັນ​ທາງ​ດ້ານ​ສະບຽງອາຫານ, ທ່ານກ່າວ​ວ່າ: ປະ​ເທດ​ຈີນ​ຍາມ​ໃດ​ກໍ​ໃຫ້​ບູລິມະສິດ​ສູງ​ສຸດຕໍ່ວຽກງານ​ກະສິກຳ, ​ໂດຍ​ສະ​ເພາ​ະວຽກງານ​ສະບຽງອາຫານ​ແລະ​ການຄ້ຳປະກັນ​ຄວາມພຽງພໍ​ໃນ​ການສະໜອງສະບຽງອາຫານ​ໃຫ້​ແກ່​ປະຊາຊົນ 1 ຕື້ 300 ລ້ານ​ກວ່າ​ຄົນ ຊຶ່ງ​ຈັດຢູ່​ໃນ​ບູລິມະສິດ​ລະດັບ​ສູງ​ໃນ​ວາລະກາ​ນດຳ​ເນີນ​ງານ​ລະດັບ​ຊາດ, ລັດຖະບານ​ຈີນ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ວຽກງານ​ກະສິກຳ ​ເພື່ອ​ເປັນ​ພື້ນ​ຖານ​ທາງ​ດ້ານ​ເສດ​ຖະກິດ​ໂດຍ​ຜ່ານ​ການ​ປະຕິ​ຮູບ​ແລະ​ປະຕິບັດ​ຕາມ​ນະ​ໂຍບາຍ​ທີ່​ສ່ວນ​ໃຫຍ່​ອິງ​ໃສ່​ການສະໜອງສະ ບຽງອາຫານ​ຈາກ​ຜົນ​ຜະລິດ​ພາຍ​ໃນ​ປະ​ເທດ, ຮັບປະກັນ​ໃຫ້​ແກ່​ການ​ກຸ້ມ​ຕົນ​ເອງ​ໂດຍ​ພື້ນ​ຖານ​ແລະ​ຮັບປະກັນ​ຄວາມ​ດຸ່ນດ່ຽງລະຫວ່າງ​ຄວາມ​ຕ້ອງການ​ແລະ​ຄວາມ​ສາມາດ​ຕອບ​ສະໜອງ​ໂດຍ​ຜ່ານ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ, ບາດກ້າວ​ການ ​ພະຍາຍາມ​ຄື​ດັ່ງກ່າວ​ນັ້ນ​ໄດ້​ເຮັດ​ໃຫ້​ປະ​ເທດ​ຈີນ​ກ້າວ​ໄປ​ສູ່​ເສັ້ນທາງ​​ກະສິກຳ​ທີ່​ທັນ​ສະ​ໄໝຕາມ​ຮູບ​ແບບ​ຂອງ​ຈີນ.

ທ່ານກ່າວ​ອີກ​ວ່າ: ຈີນ​ສາມາດ​ບັນລຸ​ຜົນສຳ​ເລັດ​ຈາກ​ການ​ປ່ຽນ​ແປງ​ຄັ້ງ​ປະຫວັດສາດ​ຈາກ​ສະພາບ​ທີ່​ບໍ່ສາມາດ​ຕອບ​ສະໜອງສະບຽງອາຫານ​ແລະ​ເຄື່ອງ ນຸງ​ຖື​ໃຫ້​ປະຊາຊົນ​ຢ່າງ​ພຽງພໍມາສູ່​ສະ​ພາບ​ທີ່​ມີ​ຄວາມ​ກ້າວໜ້າລະດັບ​ກາງ ຊຶ່ງ​ສາ ມາດ​ບັນລຸ​ເປົ້າໝາຍການຫລຸດຜ່ອນ​ຄວາມທຸກ​ຍາກ​ທີ່​ກຳນົດ​ໃນ​ເປົ້າໝາຍສະຫະ​ສະ​ວັດ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ອນ​​ເວລາກຳນົດ. ສິ່ງ​ດັ່ງກ່າວ​ແມ່ນ​ການ​ປະກອບສ່ວນ​ຢ່າງ​ໃຫ່ຍຫລວງ​ຂອງ​ປະຊາຊົນ​ຈີນ​ເຂົ້າ​ໃນ​ການ​ຄ້ຳປະກັນ​ສະບຽງອາຫານ​ໃຫ້​ປະຊາກອນ​ໂລກ, ສົ່ງ​ເສີມ​ຂະ​ບວນການ​ຕ້ານ​ຄວາມທຸກ​ຍາກ​ແລະ​ສົ່ງ​ເສີມ​ການ​ພັດທະນາ​ແບບ​ຍືຍຍົງ.