ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ​ຂຽນ​ບົດ​ຄວາມ​ລົງ​ໜັງສືພິມອັງກິດ​ໂດຍ​ຊີ້​ໃຫ້​ເຫັນ​ຈຸດຢືນ​ຂອງ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-05 17:24:39     cri
ວັນ​ທີ 3 ຕຸລາ​ນີ້,ທ່ານ​ລິວສຽວ​ມິ​ງ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ​ໄດ້​ຂຽນ​ບົດ​ຄວາມທີ່​ມີ​ຫົວ​ຂໍ້​ວ່າ《ປະ​ຫວັດ​ສາດ​ແມ່ນ​ໂຄ່ນ​ລົ້ມ​ບໍ່​ໄດ້》ລົງ​ໃສ່​ໜັງສືພິມ《​ເທ​ລີກຼາຟລາຍ​ວັນ》ຂອງ​ອັງກິດ,​ໂດຍ​ໄດ້​ຊີ້​​ໃຫ້​ເຫັນຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ.ທ່ານລິວສຽວມິ​ງຊີ້​ອອກ​ວ່າ,​ປີ​ນີ້,ຍີ່ປຸ່ນ​ໄດ້​ກໍ່​ເຫດການ​ເລື້ອຍໆ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ,ບໍ່​ເອົາ​ຫົວຊາຕໍ່ຈຸດ​ຢືນ​ຂອງ​ຈີນ​ແລະ​ອາລົມ​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ,​ໄດ້​ປະຕິບັດ​ແຜນການ​ຊື້​ເກາະຕ້ຽວ​ອີ​ໃນ​ທີ່​ສຸດ,​​ແລ້ວ​ໄດ້​ກ່າວ​ຖ້ອຍ​ຄວາມ​ທີ່​ຜິດພາດ​ຕ່າງໆ​ກ່ຽວ​ກັບ​ການ​ຊື້​ເກາະ,​ເຈດ​ຕະນາ​ຢາກຫຼອກ​ຫູ​ລວງ​ຕາປະຊາຊົນ​ແລະ​ປິດ​ບັງ​ຄວາມ​ຈິງ.ອັນ​ທີ່​ວ່າ"ຊື້​ເກາະ"ຂອງ​ລັດຖະບານ​ຍີ່ປຸ່ນ​ແມ່ນ​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ​ທັງ​ນັ້ນ,ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່​ວ່າ​:​"ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ"ນັ້ນ​ຈົນ​ເທົ່າ​ໃດໆ.

ໃນ​ບົດ​ຄວາມ,ທ່ານ​ລິວ​ສຽວ​ມິ​ງຊີ້​ອອກ​ວ່າ,​ເກາະ​ຕ້ຽວ​ອີ​ແມ່ນ​ຂຶ້ນ​ກັບ​ຈີນ,ນີ້ແມ່ນ​ຄວາມ​ຈິງ​ທີ່ປ່ຽນ​ແປງ​ບໍ່​ໄດ້.​ໃນ《​ແຜນ​ທີ່​ຈີນ​ສະບັບ​ຫຼ້າ​ສຸດ》ທີ່​ອັງກິດ​ພິມ​ຈຳໜ່າຍໃນ​ປີ 1811​ ​ແລະ《​ແຜນ​ທີ່​​ແຄມ​ທະ​ເລຈີນ​ຕາ​ເວັນ​ອອກ​ແຕ່​ຮົງ​ກົງ​ຫາ​ອ່າວ​ລຽວຕົ່ງ》ທີ່​ກອງທັບ​ເຮືອ​ອັງກິດ​ແຕ່ງ​ອອກ​ເມື່ອ​ປີ 1877 ລ້ວນ​ແຕ່​ໄດ້​ຈັດ​​ເອົາເກາະ​ຕ້ຽວ​ອີ​ເຂົ້າ​ໃນ​ດິນ​ແດນ​ຂອງ​ຈີນ.​ໃນ​ປີ 1895,ຍີ່ປຸ່ນ​ນຳ​ໃຊ້​ສົງຄາມປີ 1894 ໄດ້​ຍຶດຄອງ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ຢ່າງ​ຜິດ​ກົດໝາຍ,ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ 2,ອີງ​ຕາມ《ຖະ​ແຫຼ​ງການ​ເລິ​ແກ》,《ຖະ​ແຫຼ​ງການ​ບົສຕັນ》​ແລະ《ໜັງສືຍອມ​ຈຳນົນ​ຂອງ​ຍີ່ປຸ່ນ》,​ເກາະ​ຕ້ຽວ​ອີ​ທີ່​ເປັນ​ເກາະທີ່ຂຶ້ນ​ກັບ​ເກາະ​ໄຕ້​ຫວັນຄວນ​ສົ່ງ​ຄືນ​ໃຫ້​ຈີນ​ພ້ອມ​ກັບ​ເກາະ​ໄຕ້​ຫວັນ.

ທ່ານລິວ​ສຽວ​ມິ​ງເຫັນ​ວ່າ,ປະຈຸ​ບັນ,​ເຫດການ​ເກາະ​ຕ້ຽວ​ອີ​ໄດ້​ຮຸນ​ແຮງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ຍີ່ປຸ່ນ​ເປັນ​ຜູ້ຮັບຜິດຊອບ​ແຕ່​ຝ່າຍ​ດຽວ.ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​:ຍີ່ປຸ່ນ​ຕ້ອງ​ມີ​ທ່າ​ທີ​​ເຄົາລົບ​ປະຫວັດສາດ​ແລະ​ຮັບຜິດຊອບ,ຮູ້​ສະພາບ​ການ​ຢ່າງ​ຈະ​ແຈ້ງ,ສຳ​ຫຼວດຄືນ​ຢ່າງ​ເລິກ​ເຊິ່ງ,ທຳ​ການ​ຕົກລົງ​ທາງ​ການ​ເມືອງ​ດ້ວຍ​ຄວາມ​ກ້າຫານ,​ແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ຕົວ​ຈິງ,ຢຸດຕິ​ການ​ກະທຳ​ທັງ​ໝົດ​ທີ່​ລ່ວງ​ລ້ຳ​ອະທິປະ​ໄຕ​ດິນ​ແດນ​ຂອງ​ຈີນ.