ກອງ​ປະຊຸມ​ອາ​ເຊັບ7ປິດ​ລົງ​ຢູ່​ນະຄອນຫຼວງ​ວຽງ​ຈັນ

(GMT+08:00) 2012-10-05 13:49:48     cri

ວັນ​ທີ4 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ອາຊີ​ເອີ​ລົບ​ຄັ້ງ​ທີ7 ຫຼື​ອາ​ເຊັບ7 ທີ່​ດຳ​ເນີນ​ເປັນ​ເວລາ2ວັນ​ໄດ້​ປິດ​ລົງ​ແລ້ວ, ​ໂດຍ​ມີ​ທ່ານ​ນາງ​ປານີ ຢາ​ທໍ່​ຕູ້​ເປັນ​ຜູ້​ກ່າວ​ປິດ​ກອງ​ປະຊຸມ. ຫຼັງ​ຈາກ​ນັ້ນ​ໄດ້​ປະກາດ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ໃນ​ຖະ​ແຫຼ​ງການ​ຮ່ວມ​ໄດ້​ສະຫຼຸບ​ຜົນສຳ​ເລັດ​ໃນ​ການ​ຄົ້ນຄວ້າ​ສຶກສາ​ຫົວ​ຂໍ້​ຕ່າງໆ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຄື: ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ພາຍ​ໃຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປະຈຸ​ບັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ໜີ້​ສາທາລະນະ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ແລະ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ໄພພິບັດ​ໂດຍ​ມີ​ສ່ວນ​ຮ່ວມ​ຂອງ​ສັງຄົມ.

ໃນ​ກອງ​ປະຊຸມ​ອາ​ເຊັບ7ຄັ້ງ​ນີ້​ໄດ້​ຮັບ​ເອົາ4 ສະມາຊິກ​ໃໝ່, ຄື, ຣັດ​ເຊຍ, ອົສຕຼາລີ, ມຽນມາ​ແລະ​ນູ​ແວນ​ເຊ​ລັງ, ຈຳນວນ​ສະມາຊິກ​ກອງ​ປະຊຸມ​ລັດຖະສະພາ​ອາຊີ​ເອີ​ລົບ​ໄດ້​ຂຶ້ນ​ເປັນ47 ລັດຖະສະພາ.