ປະທານ​ຄະນະ​ກຳມະການ​ພັກ​ກອມ​ມູນິດ​ຍີ່ປຸ່ນ​ເຫັນ​ວ່າ​ຕ້ອງ​ມີສະຕິ​ລະວັງ​ຕົວ​ຕໍ່ຝ່າຍຍີ່​ປຸ່ນທີ່​ເຮັດ​ໃຫ້​ກຳລັງ​ຮົບ​ແຂງ​ຂຶ້ນ​ດ້ວຍ​ຂໍ້​ອ້າງ​ບັນຫາ​ເກາະ​ຕ້ຽວ​ຢູ

(GMT+08:00) 2012-10-05 15:59:37     cri

ວັນ​ທີ4 ຕຸລາ​ນີ້, ທ່ານ​ຊີ​ອີ​ຄາ​ຊູ​ໂອ ປະມານຄະນະ​ກຳມະການ​ພັກ​ກອມ​ມູນິດ​ຍີ່ປຸ່ນກ່າວ​ຢູ່​ໂຕ​ກຽວ​ວ່າ, ຕ້ອງມີ​ສະຕິ​ລະວັງ​ຕົວຕໍ່ອິດ​ທິກຳລັງ​ການ​ເມືອງ​ສ່ວນ​ໜຶ່ງ​ພາຍ​ໃນ​ຍີ່ປຸ່ນທີ່​ມີ​ເຈຕະນາ​ນຳ​ໃຊ້​ບັນຫາ​ເກາະ​ຕ້ຽວຢູ​ເພີ່ມ​ທະວີກຳລັງ​ຮົບ.

ທ່ານ​ຊີ​ອີ ຄາ​ຊູ​ໂອ​ເຫັນວ່າ, ສົງຄາມ​​ທີ​ເກີດ​ຂຶ້ນ​ໃນ​ປີ1894​ແມ່ນ​ຈຸດ​ເລີ່​ມທີ່​ຍີ່ປຸ່ນ​ກໍ່ສົງຄາມ​ຮຸກ​ຮານ​ຕ່າງໆຢູ່​ອາຊີ. ​ແຕ່​ລັດຖະບານ​ຍີ່ປຸ່ນ​ບໍ່​​ໄດ້ສຳ​ຫຼວດຕົນ​ຕໍ່​ສົງຄາມ​ຮຸກຮານ, ນີ້​ແມ່ນ​ຈຸດ​ອ່ອນ​ຂອງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ. ອິດ​ທິກຳລັງ​ສ່ວນ​ໜຶ່ງ​ພາຍ​ໃນ​ຍີ່ປຸ່ນ​ຍັງ​ມີ​ຈ​ເຈດ​ຕະນານຳ​ໃຊ້​ບັນຫາ​​ເກາະຕ້ຽວຢູມາ​ເພີ່ມ​ທະວີ​ກຳລັງ​ຂອງກອງ​ປົກ​ປ້ອງ​ຕົວ, ​ເພີ່ມ​ທະວີ​ພັນທະ​ມິດ​ການ​ທະຫານ​ລະຫວ່າງຍີ່ປຸ່ນ​​ແລະອາ​ເມ​ລິ​ກາ, ກໍ່​ມີ​ນັກ​ການ​ເມືອງ​ສ່ວນ​ໜຶ່ງ​ເຫັນວ່າ​ຍີ່ປຸ່ນ​ຄວນ​ມີ​ກອງທະຫານ​ສູ້​ລົບ​ເທິງ​ບົກຂອງ​ກອງທັບ​ເຮືອ. ທ່ານ​ກ່າວ​ວ່າ, ​ອິດ​ທິກຳລັງ​ການ​ເມືອງນຳ​ໃຊ້​ບັນຫາ​ເກາະ​ຕ້ຽວຢູມາ​ເພີ່ມ​ທະວີ​ກຳລັງ​ຮົບ, ​ປັບປຸງ​ລັດ​ຖະທຳ​ມະນູນ, ນີ້​ຈະ​ເປັນ​ສະພາບ​ການ​ທີ່ຮ້າຍ​ທີ່​ສຸດ​ຂອງ​ບັນຫາ​ເກາະ​ຕ້ຽວຢູທີ່ຂະຫຍາຍຕົວ​ໃນ​ອະນາຄົດ, ບໍ່​ມີ​ຜົນ​ດີ​ຕໍ່​ແກ້​ໄຂ​ການ​ໂຕ້​ຖຽງ​ກັນ​ດ້ານ​ດິນ​​ແດນຢ່າງ​ມີ​ລັກສະນະ​ສ້າງສັນຈັກ​ເມັດ​ເລີຍ. " ພັກ​ກອມ​ມູນິດ​ຍີ່ປຸ່ນ​ບໍ່​ອະນຸ​ຍາດ​​ໃຫ້ສະພາບ​ນີ້​ເກີດ​ຂຶ້ນຢ່າງ​ເດັດຂາດ, ຈະ​ສຸດ​ກຳລັງ​ເພື່ອ​ຂັດຂວາງ."