ປະທານ​ສະມາຄົມມິດຕະພາບ​ຍີ່ປຸ່ນຈີນ​ຮຽກຮ້ອງ​ລັດຖະບານ​ຍີ່ປຸ່ນບັນລຸ​ການ​ສົນທະນາ​ກັນ​ກັບ​ຈີນ

(GMT+08:00) 2012-10-06 16:37:23     cri

ວັນ​ທີ5 ຕຸລາ​ນີ້, ຢູ່​ໂຕ​ກຽວ, ທ່ານ​ກາ​ໂຕ ​​ໂກ​ອີຈີ ປະທານ​ສະມາຄົມມິດຕະພາບຍີ່ປຸ່ນ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ໃນ​ປັດຈຸບັນ, ​ໂດຍກ່າວ​ວ່າ​ຕ້ອງປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸບັນ​ໃຫ້​ດີ​ຂຶ້ນ, ຫວັງວ່າລັດຖະບານ​ຈີນ​ຍີ່ປຸ່ນ​ສາມາດ​ສົນທະນາກັນ. ​ເພື່ອ​ເລື່ອງ​ນີ້, ສະມາຄົມມິດຕະພາບ​ຍີ່ປຸ່ນ​ຈີນ​ຍິນ​ດີ​ສຸດ​​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການສົນທະນາ​ກັນ​ລະຫວ່າງ​ສອງຝ່າຍ.

ໃນ​ການ​ກ່າວ​ຄຳ​ປາ​ໄສ, ທ່ານ​ກາ​ໂຕ ​​ໂກ​ອີ​ຈີ​ກ່າວ​ວ່າ, ປີ​ນີ້​ແມ່ນສາຍ​ພົວພັນ​ການ​ທູດ​ຈີນ​ຍີ່ປຸ່ນ​ຫັນ​ເປັນປົກກະຕິ​ຄົບ​ຮອດ40ປີ, ​ແຕ່​ວວ່າ​ປັດຈຸບັນ, ການ​ແລກປ່ຽນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ເກືອບ​ຢຸດຕິ​ລົງ, ທ່ານ​ຮູ້ສຶກ​ເສຍ​ໃຈ​ທີ່​ສຸດຕໍ່​ເລື່ອງ​ນີ້. ​ເ​ຊັ່ນ​ດຽວ​ກັນ, ຫຼາຍຄົນ​ທີ່​ເຊື່ອ​ໝັ້ນ​ວ່າ​ໄມຕີ​ຈິດມິດຕະພາບ​ລະຫວ່າງ​ຈີນ​ຍີ່ປຸ່ນ​ແມ່ນ​ພື້ນຖານ​ຂອງ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ​ແລະ​ທຳ​ຄວາມພະຍາຍາມ​ເພື່ອ​ໄມຕີ​ຈິດມິດຕະພາບ​ຈີນ​ຍີ່ປຸ່ນນັ້ນ, ລ້ວນ​ແຕ່​ຮູ້ສຶກ​ເສຍ​ໃຈ​ແລະ​ຂັດ​ຂ້ອງໝອງ​ໃຈ.

ທ່ານ​ກາ​ໂຕ​ໂກອີ​ຈີ​ຊີ້​ອອກ​ວ່າ, ມາຮອດປັດຈຸບັນ, ຄວາມ​ເຫັນ​ຂອງ​ລັດຖະບັນ​ຍີ່ປຸ່ນ​ທີ່ກ່າວ​ວ່າ"ກ່ຽວກັບ​ເກາະ​ຕ້ຽວ​ອີ​ບໍ່​ມີ​ບັນຫາດ້ານ​ດິນ​ແດນ, ບໍ່​ວ່າ​ໃນ​ດ້ານຄວາມ​ຈິງ ຫຼື​ວ່າ​ຄຳ​ແນະນຳ​ຕໍ່​ປະຊາ​ຄົມ​ໂລກ​ແລ້ວ, ລ້ວນ​ແຕ່​ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ເຊື່ອ​ໄດ້, ບໍ່​ມີ​ຜົນ​ຕີ​ຕໍ່​ການປັບປຸງ​ການ​ພົວພັນ​ຍີ່ປຸ່ນ​ຈີນ​ໃຫ້​ດີ​ຂຶ້ນ. ທ່ານ​ຫວັງຢາກ​ໃຫ້​ລັດຖະບານ​ຍີ່ປຸ່ນ​ສະ​ແດງ​ຄວາມ​ຈິງ​ໃຈ​ຕໍ່​ຝ່າຍ​ຈີນ​​ໂດຍ​ໄວ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ, ​ແລະ​ຊຸກຍູ້​ສອງ​ປະ​ເທດ​ໃຫ້​ດຳ​ເນີນການ​ສົນທະນາ​ກັນ.