ບົດ​ລາຍ​ງານ​ຂອງ​ອາ​ເມ​ລິ​ກາບໍ່​ຮັບຮອງ​ຍີ່ປຸ່ນ​ມີ​ອະທິປະ​​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຫວັງ​ວ່າອາ​ເມ​ລິ​ກາຈະ​ປະຕິບັດ​ຕາມ​ຄວາມ​ເວົ້າ​ຂອງ​ຕົນ

(GMT+08:00) 2012-10-08 16:41:15     cri
ຕາມ​ຂ່າວCRI:ຫວ່າງກ່ອນ​ນີ້​ບໍ່​ດົນ,ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ອອກ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ໂດຍ​ກ່າວ​ວ່າ,ບໍ່​ຮັບຮອງ​ຍີ່ປຸ່ນ​ມີ​ອະທິປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ.​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ຕຸລາ​ນີ້,ມີ​ນັກ​ຂ່າວ​ຖາມ​ວ່າ,ຈີນຕີ​ລາຄາ​ແນວ​ໃດ​ຕໍ່​ເລື່ອງ​ນີ້,ທ່ານ​ຫົງ​ເຫຼີຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເລື່ອງ​ທີ່​ຄວນ​ເຮັດ​ໃນ​ປະຈຸ​ບັນ​ແມ່ນ,ຍີ່ປຸ່ນຕ້ອງ​ກ້າ​ປະ​ເຊີນ​ກັບ​ຄວາມ​ຈິງ,​ແກ້​ໄຂ​ຄວາມ​ຜິດພາດ,ກັບ​ຄືນ​ສູ່​ກາ​ນ​ສົນທະນາ​ແລະເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ.ຈີນເຫັນ​ອາ​ເມ​ລິ​ກາສະ​ແດງ​ຈຸດ​ຢືນ​​ເປັນກາງ​ໃນ​ບັນຫາ​ຄວາມ​ຂັດ​ແຍ່ງ​ດ້ານ​ດິນ​ແດນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ,ຫວັງ​ວ່າອາ​ເມ​ລິ​ກາ​ຈະປະຕິບັດ​ຕາມ​ຄວາມ​ເວົ້າ​ຂອງ​ຕົນ.