ລາວ​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ​ໃນ​ທ້າຍ​ເດືອນ​ນີ້

(GMT+08:00) 2012-10-08 16:40:23     cri
ໜັງສື​ພິມ​ຫຼຽນ​ເຫີ​ຈາວ​ປ້າວ​ສິ​ງກະ​ໂປ​ລາຍ​ງານ​ວ່າ: ຜ່ານ​ຄວາມ​ພະຍາຍາມ​ເປັນ​ເວລາ15ປີ, ລາວ​​ໄດ້​ບັນລຸເປົ້າ​ໝາຍ​ທີ່ຈະ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກຫຼື WTO​ໃນ​ໄວໆ​ນີ້.

ຂ່າວ​ແຈ້ງວ່າ, ສັນຍາກ່ຽວ​ກັບ​ລາວ​ເຂົ້າ​ເປັນ​ສະມາຊິກ​WTOສະບັບ​ສຸດ​ທ້າຍ​ໄດ້​ສຳ​ເລັດ​ໃນ​ອາທິດ​ແລ້ວ​ນີ້, ຄາດ​ວ່າ​ໃນ​ກອງ​ປະຊຸມສະພາ​WTOທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ26ຕຸລາ​ນີ້, ລາວ​ຈະຖືກຮັບຮອງ​​ຈາກ​ປະ​ເທດ​ສະມາຊິກ​157ໃຫ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າໂລກ​ຢ່າງ​ເປັນ​ທາງ​ການ.

ອາທິດ​ແລ້ວ​ນີ້, ທ່ານນາມ ວິ​ຍະ​ເກດ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ​ຫະກການ​ຄ້າ​ລາວກ່າວ​ທາງ​ເວັບ​ໄຊ​ທາງ​ການ​ຂອງ​ອົງການ​ການ​ຄ້າ​ໂລກ​ວ່າ, "ການຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​​​ໄດ້​ໃຊ້​ເວລາ​ຍາວ​ນານ​ແລະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​, ​ແຕ່​ນີ້​ກໍ່​ໄດ້​ສ້າງ​ພື້ນຖານ​ໃຫ້​ພວກ​ຂ້າພະ​ເຈົ້າ​ເພື່ອ​ບັນລຸ​ເປົ້າ​ໝາຍ, ​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າສາມາດ​ບັນລຸ​ເປົ້າ​ໝາຍ​ທີ່​ຫຼຸດພົ້ນ​ຈາກ​ລາຍຊື່ປະ​ເທດ​ດ້ວຍ​ພັດທະນາ​ໃນ​ປີ2020."

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ນາງ​ເຂັມ​ມະນີ ພົນ​ເສນາ, ຜູ້ຕາງໜ້າ​ການ​ເຈລະຈາ​, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງອຸດ​ສາຫະ​ກຳ​ການ​ຄ້າລາວ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ໃນ​​ເວລາ​ລາວ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ຈີນ​ໄດ້​ໃຫ້ການ​ຊ່ວຍ​​ເຫຼືອ​ຫຼາຍຢ່າງ​ແລະ​ກໍ່​ຫວັງ​ວ່າ, ພາຍຫຼັງ​ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​​ໂລກ​ແລ້ວ, ຈະ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນທາງ​ດ້ານເສດ​ຖະກິດ​ການຄ້າ​ກັບ​ຈີນ​ຕື່ມ​ອີກ.