ຈີນ​ຕອບ​ຮັບ​ຕໍ່​ຍີ່​ປຸ່ນ​ຄົ້ນ​ຄວ້າ​ແຜນ​ການ​ປັບ​ປຸງ​ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ​ໃຫ້​ດີ​ຂຶ້ນ

(GMT+08:00) 2012-10-10 17:28:59     cri
ສື່​ມວນ​ຊົນ​ຍີ່​ປຸ່ນລາຍ​ງານ​ວ່າ:ລັດຖະບານ​ຍີ່​ປຸ່ນກຳລັງ​ຄົ້ນຄວ້າ​ແຜນການ​ປັບປຸງ​ການ​ພົວພັນລະຫວ່າງ​ຍີ່​ປຸ່ນຈີນ​ໃຫ້​ດີ​ຂຶ້ນ,ຕົວຢ່າງ​ເຊັ່ນ​ອີງ​​ໃສ່​ຖະ​ແຫຼ​ງການ​ຮ່ວມ​ຍີ່​ປຸ່ນຈີນ​ເມື່ອ​ປີ1972,​ໃນ​ຂະນະ​ທີ່​ຍຶດໝັ້ນ​ຫຼັກການ​ທີ່​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ແລ້ວ​ໃຫ້ທັດສະ​ນະ​ວ່າ​ຮັບ​ຮູ້​ເຖິງ​ຈຸດ​ຢືນ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ.ວັນ​ທີ10​ຕຸລາ​ນີ້,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຮັບ​ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ​ວ່າ:ຈີນ​ມີຈຸດ​ຢືນ​ອັນ​ຈະ​ແຈ້ງ​ມາ​ໂດຍ​ຕະຫຼອດ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ,ສິ່ງ​ທີ່​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ​ຍີ່​ປຸ່ນຕ້ອງກ້າ​ປະ​ເຊີນ​ໜ້າ​ກັບ​ສະຖານະ​ການ​ຄວາມ​ເຄັ່ງ​ຕຶງ​ຂອງ​ສາຍ​ ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ,​ແລະ​ຍອມຮັບ​ຄວາມ​ຂັດ​ແຍ່ງ​ທີ່​ກ່ຽວຂ້ອງທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຕ້ຽວ​ອີ,​ແກ້​ໄຂ​ການ​ກະທຳ​ອັນ​ຜິດພາດ​ທີ່​ລ່ວງ​ລະ​ເມີດ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ,​ແລ້ວ​ກັບ​ຄືນ​ສູ່​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ.