ລາວ​ຈະ​ເປີດ​ເສັ້ນ​ທາງ​ການ​ບິນ​ໃໝ່​ຈາກ​ວຽງ​ຈັນ​ໄປ​ນະ​ຄອນ​ກວາງ​​ໂຈ່​ວຈີນ

(GMT+08:00) 2012-10-10 13:41:04     cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດ​ການບິນ​ລາວ​ປະກາດ​ວ່າ, ຈະ​ເປີດ​ຖ້ຽວ​ບິນ​ຈາກ​ນະຄອນຫຼວງ​ວຽງຈັນ​ໄປ​ຫາ​ນະຄອນ​ກວາງ​ໂຈ່​ວຈີນ​ໃນ​ວັນ​ທີ21​ພະຈິກ​ໜ້າ​ນີ້​ຢ່າງ​ເປັນ​ທາງ​ການ.

ປະຈຸ​ບັນ, ບໍລິສັດ​ການບິນ​ລາວມີ​​ເສັ້ນທາງ​ການບິນ​ໄປ​ຈີນ​ສອງ​ສາຍ ຄື ຈາກ​ວຽງ​ຈັນ​ໄປ​ຄຸນ​ໝີ​ງ​ແລະ​ຈາກ​ຫຼວງ​ພະ​ບາງ​ໄປ​ຊຽງ​ຮຸ່ງ. ຫຼັງ​ຈາກບໍ​ລິສັດ​ການບິນ​ລາວ​ເປີດ​​ເສັ້ນທາງ​ການບິນ​ຈາກ​ວຽງ​ຈັນ​ໄປ​ຫາ​ຄຸນ​ໝີງ, ຈຳນວນ​ຜູ້​ໂດຍສານ​ກໍ່ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ນີ້​ຈຶ່ງເຮັດ​ໃຫ້​ບໍລິສັດ​ການບິນ​ລາວ​ສືບ​ຕໍ່​ຂະຫຍາຍ​ເສັ້ນທາງ​ການບິນ​​ໃໝ່​ໄປ​ຈີນ.

ຄຽງ​ຄູ່​ກັບ​ບໍລິສັດ​ການບິນ​ລາວ​ປັບປຸງ​ການ​ບໍລິ​ການຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ການ​ພັດທະ ນາຂອງ​ຕະຫຼາດ​ການບິນ​ພາຍ​ໃນ​ປະ​ເທດ​ລາວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີຜູ້​​ໃຊ້​ບໍລິການ​ສາຍ​ການບິນ​ລາວ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ປີ2011, ບໍລິສັດ​ການບິນ​ລາວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ5​ແສນ3​ໝື່ນ​ເທື່ອ​ຄົນ, ​ເພີ່​ມຂຶ້ນ​ເກືອບ1​ເທົ່າ​ຖ້າ​ທຽບ​ໃສ່ປີ2006. ຄາດ​ວ່າ​ປີນີ້​ບໍລິສັດ​ການບິນ​ລາວ​ຈະ​ຂົນ​ສົ່ງ​ຜູ້​ໂດຍສານ​ເຖິງ9​ແສນ​ເທື່ອ​ຄົນ.