ລາວ​ຈະ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ໆ​ຄ້າ​ໂລກ​ໃນ​ທ້າຍ​ປີ​ນີ້

(GMT+08:00) 2012-10-11 15:03:27     cri

    ວັນທີ 10 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ກະຊວງອຸດສະຫະກໍາ ແລະການຄ້າ ໄດ້ຈັດກອງປະຊຸມໜ່ວຍງານການຄ້າແລະທຸລະກິດ
ຄັ້ງທີ 2  ພາຍໄຕ້ການເປັນປະທານຮ່ວມລະຫວ່າງ ທ່ານນາງ ເຂັມມະນີ ພົນເສນາລັດຖະມົນຕີຊ່ວຍວ່າການກະຊວງອຸດສະຫະກໍາແລະ
ການຄ້າ ກັບທ່ານ ໂຣເບີດ ວອນ ຣີມຊ ເອອັກຄະລະຖະທູດເຢຍລະມັນປະຈໍາລາວ ແລະທ່ານ  ມິກເຊວ ກອບຟິນ ອຸປະທູດແຫ່ງສະ
ຫະພາບເອີຣົບ, ທັງເປັນປະທານຜູ້ອໍານວຍຄວາມສະດວກໃຫ້ແກ່ໂຄງການເຊື່ອມໂຍງເຂົ້າສາກົນທາງດ້ານການຄ້າປະຈໍາລາວ ໂດຍມີ
ຜູ້ເຂົ້າຮ່ວມຈາກພາກສ່ວນລັດຖະບານ, ຕາງໜ້າທຸລະກິດ ແລະບັນດາຄູ່ຮ່ວມພັດທະນາ.

   ໃນກອງປະຊຸມ,ໄດ້ນໍາສະເໜີບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າສະບັບປັບປຸງຢ່າງເປັນທາງການ ເຊິ່ງບົດວິໄຈດັ່ງກ່າວ
ໄດ້ຮັບການສ້າງຂື້ນໂດຍກະຊວງອຸດສາຫະກໍາແລະການຄ້າ.  ນອກນີ້,   ຍັງໄດ້ປືກສາຫາລືກ່ຽວກັບຂະບວນການເຂົ້າເປັນສະມາຊິກອົງ
ການການຄ້າໂລກ, ການກຽມສໍາລັບໂຄງການອໍານວຍຄວາມສະດວກດ້ານການຄ້າໃນຕໍ່ໜ້າແລະບົດລາຍງານໜ່ວຍງານພັດທະນາການ
ຄ້າ ແລະພາກທຸລະກິດ.    ໃນໂອກາດດັ່ງກ່າວ, ທ່ານ ນາງ ເຂັມມະນີ ພົນເສນາ ກ່ວາວ່າ:​ ໃນທ້າຍປີ 2012 ນີ້, ລາວຈະສໍາເລັດຂັ້ນ
ຕອນສະໝັກເຂົ້າເປັນສະມາຊິກອົງການໆຄ້າໂລກຢ່າງເປັນທາງການ ແລະຈະກ້າວເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນນໍາອີກ.

ລາວຕ້ອງຮັບປະກັນວ່າເສດຖະກິດຂອງລາວຈະສາມາດຕອບສະໜອງຜະລິດຕະພັນແລະການບໍລິການທີ່ມີຄຸນນະພາບພ້ອມທັງສາມາດ
ແຂ່ງຂັນໃນຕະຫຼາດສາກົນ. ຍ້ອນເຫດຜົນນີ້, ຈື່ງມີຄວາມຈໍາເປັນສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ, ພາກທຸລະກິດ ແລະປະຊາຊົນຕັ້ງ
ແຕ່ດຽວນີ້, ເພື່ອເຊື່ອມໂຍງກັບດ້ານການຄ້າສະບັບປັບປຸງປີ 2012