ຈີນ​ກ່າວ​ວ່າ​ຍີ່​ປຸ່ນ​ຕ້ອງ​ຍອມ​ຮັບ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຢູ່​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-11 16:33:30     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ ​ຕາມ​ປົກກະຕິທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ10​ຕຸລາ​ນີ້,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຍີ່​ປຸ່ນຕ້ອງ​ກ້າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ເປັນ​ຈິງ,ຍອມຮັບ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຢູ່​ເກາະ​ຕ້ຽວ​ອີ.

ນັກ​ຂ່າວຖາມ​ວ່າ,ຕາມ​ສື່​ຍີ່​ປຸ່ນລາຍ​ງານ​ວ່າ,ລັດຖະບານ​ຍີ່​ປຸ່ນ​ເຫັນ​ວ່າ​ເຖິງ​ແມ່ນ​ວ່າ​ຈີນ​ຍຶດໝັ້ນ​ໃນ​ກາ​ນຮຽກຮ້ອງ​ໃຫ້​ຍີ່​ປຸ່ນຍົກ​​ເລີກ​ການ​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ຊັບ​ສິນ​ຂອງ​ລັດ​ກໍ່ຕາມ,​ແຕ່​ເປົ້າ​ໝາຍ​ໃນ​ໄລຍະ​ນີ້​ແມ່ນ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຍອມ​ຮັບ​ວ່າ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ແມ່ນ​ມີ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ.ດ້ວຍ​ເຫດ​ນີ້,​ລັດ​ຖະ​ບານ​ຍີ່​ປຸ່ນ​ກຳ​ລັງ​ຄົ້ນ​ຄວ້າ​ແຜນ​ການ​ກ່ຽວ​ກັບ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ,​ຕົວ​ຢ່າງ​ເຊັ່ນ ອີງ​ໃສ່​ຖະ​ແຫຼ​ງການ​ຮ່ວມ​ຍີ່​ປຸ່ນຈີນ​ເມື່ອ​ປີ1972,​ໃນ​ຂະນະ​ທີ່​ຍຶດໝັ້ນ​ຫຼັກການ​ທີ່​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ແລ້ວ​ໃຫ້ທັດສະ​ນະ​ວ່າ​ຮັບ​ຮູ້​ເຖິງ​ຈຸດ​ຢືນ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ.ກ່ຽວ​ກັບ​ເລື່ອງ​ນີ້,ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ,ຈະ​ເຫັນ​ດີ​ນຳ​ແຜນການ​ດັ່ງກ່າວ​ຫຼື​ບໍ່?

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ: ຈີນ​ມີຈຸດ​ຢືນ​ອັນ​ຈະ​ແຈ້ງ​ມາ​ໂດຍ​ຕະຫຼອດ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ,ສິ່ງ​ທີ່​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ​ຍີ່​ປຸ່ນຕ້ອງກ້າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ເປັນ​ຈິງ,​ແລະ​ຍອມຮັບ​ຄວາມ​ຂັດ​ແຍ່ງ​ທີ່​ກ່ຽວຂ້ອງທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຕ້ຽວ​ອີ,​ແກ້​ໄຂ​ການ​ກະທຳ​ອັນ​ຜິດພາດ​ທີ່​ລ່ວງ​ລະ​ເມີດ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ,​ແລ້ວ​ກັບ​ຄືນ​ສູ່​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ.