ມອບ-​ຮັບ​ໂຄງ​ການ​ປັບ​ປຸງ​ຍົກ​ລະ​ດັບ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ

(GMT+08:00) 2012-10-11 17:08:23     cri
ພິທິມອບ​-ຮັບ​ໂຄງການ​ປັບປຸງຍົກ​ລະດັບ​ສະໜາມບິນ​ສາກົນ​ວັດ​ໄຕນະຄອນ​ຫຼວງ​ວຽງ​ຈັນ​ຢ່າງ​ເປັນ​ທາງ​ການ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ​9​ຕຸ​ລາ​ນີ້, ​ໂດຍ​ແມ່ນ​ບໍ​ລິ​ສັດ​ແຄມ​ຊີ​ວິ​ສະ​ວະ​ກຳ​ກໍ່​ສ້າງ​ຈີນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ເປັນ​ຜູ້​ມອບ​ແລະ​ກົມ​ການ​ບີນ​ພົນ​ລະ​ເຮືອນ,​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາວ​ເປັນ​ຜູ້​ຮັບ,​ໂດຍ​ຊ້ອງ​ໜ້າ​ທ່ານ​ດຣ ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ,​ທ່ານ​ນາງ ປູ້​ຈ້ຽນ​ກົວ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ ພ້ອມ​ດ້ວຍ​ບັນ​ດາ​ລັດ​ຖະ​ມົນ​ຕີ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ປັບປຸງ​ຍົກ​ລະດັບ​ສະໜາມບິນ​ສາກົນ​ວັດ​ໄຕ​ແມ່​ນ​ໂຄງການ​ລົງທຶນ ຂອງ​ລັດຖະບານ​ລາວ​ເພື່ອ​ຮອງ​ຮັບ​ການ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​-​ເອີ​ລົບ​ຄັ້ງ​ທີ​9​ຫລື​ອາ​ເຊັມ​9​ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ.​ໂຄງ​ການ​ປັບ​ປຸງ​ຍົກ​ລະ​ດັບ​ຄັ້ງ​ນີ້​ລວ​ມ​ມີ​ການ​ຂະ​ຫຍາຍ​ລານ​ຈອດ​ເຮືອ​ບິນ​ເບີ 2a 2b ​ແລະ​ລານ​ຈອດ​ເບີ 3,​ມີ​ເປົ້າ​ໝາຍ​ເພື່ອ​ຮອງ​ຮັບ​ເຮືອ​ບິນ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ໃຫ່ຍ​ຈຳ​ນວນ​25​ລຳ,​ໂຄງ​ການ​ດັ່ງ​ກ່າວ​ນີ້​ແມ່ນ​ບໍ​ລິ​ສັດ​ແຄມ​ຊີ​ວິ​ສະ​ວະ​ກຳ​ຈີນ​ຈຳ​ກັດ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ,​ມູນ​ຄ່າ​ການ​ກໍ່​ສ້າງ​ທັງ​ໝົດ​ປະ​ມານ​38​ລ້ານ​ໂດ​ລາ​ສະ​ຫະ​ລັດ​ຫລື​ປະ​ມານ​303​ຕື້​ກີບ,​ນຳ​ໃຊ້​ທຶນ​ກູ້​ຍືມ​ຈາກ​ທະ​ນາ​ຄານ​ຂາ​ເຂົ້າ​-​ຂາ​ອອກ​ແຫ່ງ​ປະ​ເທດ​ຈີນ.

ໂຄງການ​ປັບປຸງ​ຍົກ​ລະດັບ​ສະໜາມບິນ​ສາກົນ​ວັດ​ໄຕ​ໄດ້​ເລີ່​ມປະຕິບັດ​ແຕ່​ເດືອນ​ພຶດສະພາ 2011 ມີ​ໄລຍະ​ການກໍ່ສ້າງ 1 ປີ, ມາ​ຮອດ​ປັດຈຸບັນ​, ​ໄດ້​ສຳ​ເລັດ​ແລະ​ມີ​ຄວາມ​ພ້ອມ​ໃນ​ການ​ຮອງ​ຮັບ​ຄະນະ​ຜູ້​ແທນ​ກອງ​ປະຊຸມ​ອາ​ເຊັມ 9 ​ໃນ​ຕົ້ນ​ເດືອນ​ພະ​ຈິກ​ຢ່າງ​ແນ່ນອນ.