ລາວ​ສະ​ຫຼອງ​ວັນ​ເດັກ​ຍິງ​ສາ​ກົນ

(GMT+08:00) 2012-10-12 16:17:25     cri
ຕອນເຊົ້າມື້ວານນີ້(11 ຕຸລາ 2012),ຢູ່ສູນຟື້ນຟູຄົນພິການແຫ່ງຊາດນະຄອນວຽງຈັນ,​ໄດ້​ຈັດ​ງານ​ສະ​ເຫຼີມ​ສະ​ຫຼອງ​ວັນ​ເດັກ​ຍິງ​ສາ​ກົນ​ປະ​ຈໍາ​ປີ​2012​ຂຶ້ນ​ພາຍ​ໄຕ້​ຫົວ​ຂໍ້:"ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ສໍາ​ລັບ​ເດັກ​ຍິງ​ຂອງ​ລາວ".​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ສົມ​ຈິດ ອິນ​ທະ​ມິດ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າກ​ານ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ,​ພ້ອມ​ດ້ວຍ​ຜູ້​ຕາງ ໜ້າ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ຂ້ອງ​ບັນ​ດາ​ຄູ​ອາ​ຈານ​ແລະ​ນ້ອງ​ນັກ​ຮຽນ.

ສໍາລັບກິດຈະກໍາສະເຫຼີມສະຫຼອງປີນີ້ປະກອບມີ, ການສະແດງສິລະປະວັນນະຄະ​ດີ​ຂອງ​ນ້ອງ​ນັກ​ຮຽນ​ແລະ​ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ທົ່ວ​ໄປ,​ເຊິ່ງ​ຖ້າ​ຫາກ​ຮູບ​ໃດ​ໄດ້​ຮັບ​ຊະ​ນະ​ເລີດ​ຈະ​ນໍາ​ໄປ​ວາງ​ສະ​ແດງ​ໃນ​ງານ​ຄົບ​ຮອບ​ເຊັນ​ສົນ​ທິ​ສັນ​ຍາ​ສາ​ກົນ​ວ່າ​ດ້ວຍ​ສິດ​ທິ​ເດັກ​ແລະ ກອງ​ປະ​ຊຸມ​ປະ​ຊາ​ກອນ​ທີ່​ຈະ​ຈັດ​ຂື້ນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້,​ແລະ​ຮູບ​ພາບ​ທີ່​ໄດ້​ຮັບ​ລາງວັນ​ຈຳນວນ​ໜຶ່ງ​ຈະນຳ​ໄປ​ເຜີຍ​ແຜ່​ຢູ່​ໃນ​ເວັບ​ໄຊ​ຂອງ​ກອງ​ທຶນ​ປະ​ຊາ​ກອນ​ສະຫະ​ປະຊາ​ຊາດ​ຫຼື​UNFPA​ປະ​ຈຳ​ລາວ.

ໂອກາດນີ້,ທ່ານສົມຈິດ ອິນທະມິດ,ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະ​ການ​ລົງ​ທຶນ​ກ່າວ​ວ່າ:​ເດັກ​ຍິງ​ທີ່​ໄດ້​ຮັບ​ການ​ສຶກ​ສາ​ຈິ່ງ​ມີ​ຄວາມ​ສາ​ມາດ​ຂັບ​ເຄື່ອນ​ໄປ​ຂ້າງ​ໜ້າ​ຕໍ່​ຄວາມ​ເປັນ​ເອ​ກະ​ລາດ​ດ້ານ​ເສດ​ຖະ​ກິດ​ແລະ​ມີ​ວຽກ​ເຮັດ​ງານ​ທໍາ​ທີ່​ມີ​ຜົນ​ຕອບ​ແທນ ສູງ,​ມີ​ການ​ດໍາ​ລົງ​ຊີ​ວິດ​ທີ່​ດີ​ກໍ​ຄື​ການ​ເປັນ​ຄົນ​ທີ່​ດີ​ຂອງ​ສັງ​ຄົມ.

ງານ​ສະ​ເຫຼີມສະຫຼອງວັນ​ເດັກ​ຍິງ​ສາກົນ​ຄັ້ງນີ້​ແມ່ນ​ກະຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ ຮ່ວມ​ກັບ​ກອງ​ທຶນ​ປະ​ຊາ​ກອນ​ສະ​ຫະ​ປະ​ຊາ​ຊາດ,​ກອງ​ທຶນ​ເດັກ​ສະ​ຫະ​ປະ​ຊາ​ຊາດ​(UNICEF) ​ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ຍິງ​-​ຊາຍ​ແລະ​ການ​ສ້າງ​ຄວາມ​ເຂັ້ມ ​ແຂງ​ໃຫ້​ແກ່​ແມ່​ຍິງ​ຢູ່​ລາວ​ເປັນ​ຜູ່​ຈັດ​ຂຶ້ນ.