ຄະ​ນະ​ລັດ​ຖະ​ບານ​ຢ້ຽມ​ຢາມ​ຫໍ​ປະ​ຊຸມ​ແຫ່ງ​ຊາດ

(GMT+08:00) 2012-10-12 16:24:26     cri
ຕອນ​ແລງ​ມື້ວານ​ນີ້(11 ຕຸ​ລາ 2012) ທີ່​ນະຄອນຫລວງ​ວຽງຈັນ, ຄະນະ​ລັດຖະບານລາວ​ເຊິ່ງ​ນຳ​ໂດຍ​ທ່ານ​ອາ​ຊາງ ລາວ​ລີ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ພ້ອມ​ດ້ວຍ​ບັນດາ​ເຈົ້າ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໄດ້​ລົງ​ຢ້ຽມ​ຊົມ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ຫລັກ​ 6 ​ເພື່ອ​ຮອງ​ຮັບ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ-​ເອີ​ລົບ​ຄັ້ງ​ທີ 9 ຫລື ອາ​ເຊັມ 9ທີ່​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 5-6 ພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້.

ການ​ຢ້ຽມຊົມ​ຫໍ​ປະຊຸມ​ແຫ່ງ​ຊາດ​ຫຼັກ​6​ຂອງ​ຄະ​ນະ​ລັດຖະບານພ້ອມ​ດ້ວຍ​ບັນດາ​ເຈົ້າ​​ແຂວ​ງ​ໃນ​ຄັ້ງ​ນີ້ ​ໄດ້​ຢ້ຽມ​ຊົມ​ຫ້ອງ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ຊຸມ, ​ເປັນ​ຕົ້ນ​ແມ່ນ​ຫ້ອງ​ປະ​ຊຸມ​ໃຫ່ຍ,​ຫ້ອງ​ຮັບ​ຮອງ,​ຫ້ອງ​ພົບ​ປະ,​ຫ້ອງ​ຂໍ້​ມູນ​ຂ່າວ​ສານ​ແລະ​ອື່ນໆ,​ພ້ອມ​ທັງ​ໄດ້​ຮັບ​ຟັງ​ການ​ບັນ​ຍາຍ​ຈາກ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ໂດຍ​ໄດ້​ເນັ້ນ​ວ່າ ວຽກ​ງານ​ການ​ກໍ່​ສ້າງ​ແລະ​ປະ​ດັບ​ປະ​ດາ​ທຸກ​ຢ່າງ​ແມ່ນ​ມີ​ຄວາມ​ສຳ​ເລັດ​ແລ້ວ,​ເຫລືອ​ພຽງ​ແຕ່​ການ​ກວດ​ກາ​ຄວາມ​ພ້ອມ​ດ້ານ​ອື່ນໆ​ແລະ​ຈະ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ຕຸ​ລາ​ນີ້​ຢ່າງ​ແນ່​ນອນ.