ຜູ້​ຕາງ​ໜ້າ​ຊາວ​ຈີນ​ແລະ​ເຊື້ອ​ສາຍ​ຈີນ​ຢູ່​ລາວ​ຢ້ຽມ​ຢາມ​ຫໍ​ປະ​ຊຸມ​ແຫ່ງ​ຊາດ

(GMT+08:00) 2012-10-12 20:20:36     cri

ຕອນ​ບ່າຍ​ວັນ​ທີ12ຕຸລາ​ນີ້,​ສະມາຊິກ​ສະມາຄົມ​ຈີນ​ນະ​ຄອນ​ຫຼວງ​ວຽງ​ຈັນ,​ຜູ້​ຕາງ​ໜ້າ​ຊາວ​ຈີນ​ແລະ​ເຊື້ອ​ສາຍ​ຈີນ​ຢູ່​ລາວ​ລວມ20​ກວ່າ​ຄົນ​ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ​ທີ່​ເປັນ​ໂຄງ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ​ຈີນ.​ຫຼັງ​ການ​ຢ້ຽມ​ຢາມ,​ ຄົນ​ທັງ​ຫຼາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ສຳ​ເລັດ​ຂອງ​ໂຄງ​ການ​ດັ່ງ​ກ່າວ.

ນາງ​ຫົງ​ແຊ​ກົວ,​ຮອງ​ປະ​ທານ​ສະ​ມາ​ຄົມ​ຈີນ,​ນະ​ຄອນ​ຫຼວງ​ວຽງ​ຈັນ​ກ່າວ​ວ່າ,​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ໄດ້​ສ້າງ​ສຳ​ເລັດ​ພາຍ​ໃນ10​ເດືອນ,​ທັງ​ສ້າງ​ໄດ້​ດີ​ສຸດ​ຍອດ,​ໃນ​ຖາ​ນະ​ເປັນ​ເຊື້ອ​ສາຍ​ຄົນ​ຈີນ​ທີ່​ອາ​ໄສ​ຢູ່​ລາວ, ​ເພິ່ນ​ຮູ້​ສຶກ​ພາກ​ພູມ​ໃຈ​ຫຼາຍ​ໃຫ້​ທັງ​ປະ​ເທດ​ລາວ​ກັບ​ປະ​ເທດ​ລາວ.

ທ່ານ​ເສີນ​ຢວນປີ້,​ ຮອງ​ປະມານ​ສະມາຄົມ​ຈີນ​ນະຄອນຫຼວງ​ວຽງ​ຈັນ,​ ທັງ​ເປັນ​ປະ​ທານ​ກິດ​ຕິ​ມະ​ສັກ​ຂອງ​ໂຮງຮຽນ​ລຽວ​ໂຕ​ກ່າວ​ວ່າ,​ບໍ່​ໄດ້​ມາ​ເອງ​ກໍ່​ບໍ່​ເຊື່ອ,​ມາ​ເບິ່ງ​ເອງ​ແລ້ວ,​ຈຶ່ງ​ຮູ້​ສຶກ​ວ່າ​ເຫຼືອ​ເຊື່ອ​ຫຼາຍ,​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ.