ເຈດ​ຈຳນົງຂອງ​ຍີ່​ປຸ່ນທີ່​ຢາກ​ປະຕິ​ເສດ​ບໍ່​ຮັບຮອງ​ຈີນມີອະທິປະ​ໄຕຕໍ່​ເກາະ​ຕ້ຽວ​ອີ​ນັ້ນ​ແມ່ນ​ບໍ່​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້

(GMT+08:00) 2012-10-13 13:30:44     cri

ວັນ​ທີ 12 ຕຸລາ​ນີ້, ຢູ່​ທີ່​ນະຄອນ​ຫລວງ​ມົສກູ, ທ່ານ​ຊຸຍ​ທຽນ​ຄາຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ອະດີດ​ເອກອັກຄະ​ລັດຖະທູດຈີນ​ປະຈຳ​ຍີ່​ປຸ່ນກ່າວ​ວ່າ, ​ເຈດ​ຈຳນົງ​ຂອງ​ຍີ່​ປຸ່ນທີ່​ຢາກ​ປະຕິ​ເສດ​ບໍ່​ຮັບຮອງ​ຈີນ​ມີ​ອະທິປະ​ໄຕ​ຕໍ່​ເກາະ​ຕ້ຽວ​ອີ​ນັ້ນ​ລ້ວນ​ແຕ່​ແມ່ນ​ເຈດ​ຈຳນົງ​ຂອງ​ຍີ່​ປຸ່ນ​ແຕ່​ຝ່າຍ​ດຽວ​. ທ່ານ​ຮຽກຮ້ອງ​ເຈົ້າ​ຫນ້າ​ທີ່​ຍີ່​ປຸ່ນຈົ່ງ​ຮັບ​ຮູ້​ປະຫວັດສາດ​ແລະ​ເລື່ອງ​ຄວາມ​ເປັນ​ຈິງ​ຢ່າງ​ຖືກຕ້ອງ.

ຫວ່າງ​ມໍ່ໆ​ນີ້, ​ເຈົ້າ​ຫນ້າ​ທີ່​ລະດັບສູງ​ຂອງ​ຍີ່​ປຸ່ນຈຳນວນ​ຫນຶ່ງ​ປະຕິ​ເສດ​ບໍ່​ຮັບຮອງຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບບັນຫາ​ເກາະ​ຕ້ຽວ​ອີ​ທີ່​​"ໂຈະ​ຄວາມ​ຂັດ​ແຍ່ງ​ກັນ​ໄວ້"ທີ່​ອະດີດຜູ່​ນຳ​ຂອງ​ສອງ​ປະ​ເທດ​ຕົກລົງ​ກັນ​ໃນ​ແຕ່​ກ່ອນ.ຕໍ່​ເລື່ອງ​ນີ້, ທ່ານ​ຊຸຍ​ທຽນ​ຄາຍທີ່​ເຄີຍ​ດຳລົງ​ຕຳ​ແຫນ່​ງ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ຍີ່​ປຸ່ນກ່າວ​ວ່າ, ຍີ່​ປຸ່ນປະຕິ​ເສດ​ບໍ່​ຮັບຮອງ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຜູ່​ນຳ​ລຸ່ນກ່ອນ​ຂອງ​ສອງ​ຝ່າຍ​ແມ່ນ​​ເປັນ​ການ​ປະຫມາດ​ເລື່ອງ​ຄວາມ​ເປັນ​ຈິງ​ໃນ​ປະຫວັດສາດ.

ທ່ານ​ຊຸຍ​ທຽນ​ຄາຍ​ກ່າວ​ວ່າ, ຍ້ອນ​ມີ​ສະຕິ​ປັນຍາ​ແລະ​ການ​ເຫັນ​ກວ້າງ​ມອງ​ໄກ​ຂອງ​ຜູ່​ນຳ​ລຸ່ນ​ເກົ່າ​ທັງສອງ​ປະ​ເທດ, ຈິ່ງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນມີ​ການ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ​ເປັນ​ເວລາ 40 ປີ​ມາ.​​ໃຕ້​ສະຖານະ​ການ​ປັດຈຸບັນ, ການ​ກໍ່ຍຸ​ແຍ​ແລະປະຕິ​ເສດ​ບໍ່ຣັບ​ເອົາ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​​ໄດ້ມີ​ຢູ່​​​ແລ້ວ, ບໍ່​ພຽງ​ແຕ່​ຈະທຳລາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍທໍ່​ນັ້ນ, ຍັງ​ບໍ່​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດຍາວ​ໄກ​ຂອງ​ຍີ່​ປຸ່ນ.ທ່ານ​ຫວັງ​ວ່າ, ຍີ່​ປຸ່ນຈະ​ຮັບຮອງ​ປະຫວັດສາດ​​ແລະ​ເລື່ອງ​ຄວາມ​ເປັນ​ຈິງ​ຢ່າງ​ຖືກຕ້ອງ, ປຶກສາ​ຫລື​ກັບ​ຈີນ​ຢ່າງ​ຈິງ​ຈັງ,​ເພື່ອ​ຊອກ​ຫາ​ວິທີ​ທີ່​ດີ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້.