ຍີ່​ປຸ່ນບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ໃນ​ທາງ​ປະ​ຫວັດ​ສາດ​ທີ່​ຍີ່​ປຸ່ນ​ໄດ້​ລັກ​ແລະ​ຍຶດ​ເອົາ​ດິນ​ແດນ​ຂອງ​ຈີນ​ຢ່າງ​ຜິດ​ກົດ​ໝາຍ

(GMT+08:00) 2012-10-15 17:40:53     cri
ຫວ່າງ​ມໍ່ໆ​ມາ​ນີ້,ຍີ່​ປຸ່ນຕົກລົງ​ຈະ​ເພີ່ມ​ທະວີ​ການ​ໂຄສະນາ​ຕໍ່​ຕ່າງປະ​ເທດ​ທີ່ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຍີ່​ປຸ່ນ,​ໃນ​ເວລາ​ທ່ານ​ໂຄ​ອີ​ຊີ​​ໂຣ ​ເຄັນ​ບະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ​ເດີນທາງ​ໄປ​ຢ້ຽມຢາມ​ອັງກິດ,ຝະຣັ່ງ​ແລະ​ເຢຍລະ​ມັນ​ໃນ​ອາທິດ​ນີ້,ທ່ານ​ກໍ່​ຈະ​ຊີ້​ແຈງຈຸດ​ຢືນ​ທີ່​ກ່ຽວຂ້ອງ​ຂອງ​ຍີ່​ປຸ່ນ.

ກ່ຽວ​ກັບ​ເລື່ອງນີ້,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ15​ຕຸລາ​ນີ້​ວ່າ:​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ.ບໍ່​ວ່າ​ຍີ່​ປຸ່ນຈະ​ໂຄສະນາ​ຈຸດ​ຢືນ​ຂອງ​ຕົນ​ໃນ​ສາກົນ​ຄື​ແນວ​ໃດ​ກໍ່​ລ້ວນ​ແຕ່​ບໍ່​ສາ​ມາດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ທາງ​ປະຫວັດສາດ​ຄື​ຍີ່​ປຸ່ນ​ໄດ້​ລັກ​ແລະ​ຍຶດ​ເອົາ​ດິນ​ແດນ​ຂອງ​ຈີນຢ່າງຜິດ​ກົດໝາຍ.