ຊີ​ວະ​ປະ​ຫວັດ​ຂອງ​ສົມ​ເດັດ​ໂນ​ໂຣ​ດົມ ສີ​ຫາ​ນຸ,​ອະ​ດີດ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ

(GMT+08:00) 2012-10-15 16:53:08     cri
ຕາມ​ຂ່າວສານ​ຊິນ​ຮວາ:​ພະ​ບາດສົມ​ເດັດ​ພະນະໂລ​ດົມ ສີ​ຫາ​ນຸ,​ອະ​ດີດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ​ກຳ​ປູ​ເຈຍ​ເກີດ​ຢູ່​ພະ​ນົມ​ເປັນ​ໃນ​ວັນ​ທີ​31​ຕຸລາ​ປີ1922,​ແລະ​ຂຶ້ນ​ສະ​ເຫວີຍ​ລາດ​ເມື່ອ​ເດືອນ​ເມ​ສາ​ປີ​1941.

ສົມ​ເດັດ​ສີ​ຫາ​ນຸ​ແມ່ນ​ບຸກຄົນ​ສຳຄັນ​ທາງການ​ເມືອງຜູ່​ໜຶ່ງ,​ໃນ​ຕະຫຼອດ​ໄລຍະ​ຊີ​ວິດ​ຂອງ​ພະ​ອົງ,​ເຄີຍ​ຂຶ້ນ​ເປັນ​ເຈົ້າ​ມະ​ຫາ​ຊີ​ວິດ,​ຜູ່​ນຳ​ພັກ​ຄອງ​ອຳ​ນາດ,​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ຍັງ​ແມ່ນ​ນັກ​ການ​ທູດ​ທີ່​ມີ​ຊື່​ສຽງ​ໃນ​ປະ​ຊາ​ຄົມ​ໂລກ.

ພະ​ອົງແມ່ນໜຶ່ງ​ໃນ​ບັນດາກະສັດ​ໃນ​ປະ​ເທດ​ອາຊີ​ທີ່ຄອງ​ອຳນາດ​ເປັນ​ເວລາ​ຍາວ​ນານ​ທີ່​ສຸດ,​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ່​ລິ​ເລີ່​ມຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ຂອງ​ປະ​ເທດ​ໂລກ​ທີ​ສາມ.​ຕະ​ຫຼອດ​ຊີ​ວິດ​ຂອງ​ພະ​ອົງ​ໄດ້​ຜ່ານ​ຜ່າ​ອຸປະສັກ​ແລະ​ຄວາມ​ຫຍຸ້ງ​ຍາກ​ນາ​ນາ​ປະ​ການ,​ຊຶ່ງ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ແລະ​ຮັກ​ຫອມ​ຢ່າງ​ຈິງ​ໃຈ​ຈາກ​ປະ​ຊາ​ຊົນ​ກຳປູ​ເຈຍ.

ພະ​ບາດ​ສົມ​ເດັດ​ພະນະ​ໂຣດົມ ສີ​ຫາ​ນຸ​ແມ່ນບິ​ດາ​ຂອງ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ກຳ​ປູ​ເຈຍ. ໃນ​ໄລຍະ​ແຕ່​ປີ1952​ຫາ​ປີ​1953,​ພະ​ອົງ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ໃຫ້​ກຳ​ປູ​ເຈຍ​ເປັນ​ເອ​ກະ​ລາດ​ຕໍ່​ຝຣັ່ງ​ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ຊີ​ວິດ​ຂອງ​ກຳ​ປູ​ເຈຍ.​ໃນ​ວັນ​ທີ​9​ເດືອນ​ພະ​ຈິກ​ປີ​1953,​ກຳ​ປູ​ເຈຍ​ໄດ້​ເປັນ​ເອ​ກະ​ລາດ​ຢ່າງ​ເຖິງ​ຖອງ.

ສົມ​ເດັດ​ພະນະ​ໂຣດົມ ສີ​ຫາ​ນຸ​ແມ່ນ​ບິດາ​ຂອງ​ລັດຖະທຳ​ມະນູນ​ຂອງ​ກຳປູ​ເຈຍ.​ໃນ​ປີ 1954,ປະຊາ​ຄົມ​ໂລກ​ໄດ້​ຮັບ​ຮອງ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ກຳປູ​ເຈຍ.​ອີງ​ຕາມ​ສັນ​ຍາ​ເຊີ​ແນວ,​ໃນ​ປີ​1955,​ກຳ​ປູ​ເຈຍ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.​ໃນ​ເດືອນ​ເມສາ​ປີ1955,​ສົມ ​ເດັດ​ພະນະ​ໂຣດົມ ສີ​ຫາ​ນຸມອບ​ພະ​ຣາ​ຊະ​ບັນ​ລັງ​ໃຫ້​ແກ່​ພະ​ນະ​ໂຣ​ດົມ ສຸ​ຣະ​ມະ​ຣິດ​ຜູ່​ເປັນ​ພໍ່,​ແລະ​ສ້າງ​ຕັ້ງ "ສະ​ຫະ​ພັນ​ສັງ​ຄົມ​ປະ​ຊາ​ຊົນ".​ໃນ​ເດືອນ​ກັນ​ຍາ​ປີ​ນີ້​ເອງ, ​"ສະ​ຫະ​ພັນ​ສັງ​ຄົມ​ປະ​ຊາ​ຊົນ"​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ,​ກາຍ​ເປັນ​ພັກ​ຄອງ​ອຳ​ນາດ,​ທ່ານ​ສີ​ຫະ​ນຸ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ.

​ໃນ​ເດືອນ​ມີນາ​ປີ1970,ກຸ່ມລົນ​ໂນນ-ຊິຣິມະ​ຕະ​ໄດ້ກໍ່​ລັດຖະປະຫານ,ສົມ​ເດັດສີ​ຫາ​ນຸ​ໄດ້​ໜີ​ໄປ​ຫຼົບ​ໄພ​ຢູ່​ປັກ​ກິ່ງ.​ໃນ​ເດືອນ​ຕຸລາ​ປີ1991,ສົມ​ເດັດ​ສີ​ຫາ​ນຸ​ນຳ​ພາ​ຄະ​ນະ​ກຳ​ມະ​ການ​ສູງ​ສຸດ​ແຫ່ງ​ຊາດ​ກຳປູ​ເຈຍ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປາ​ຣີ​ແລະ​ໄດ້​ເຊັນ ​"ສັນ​ຍາ​ສັນ​ຕິ​ພາບ​ປາ​ຣີ" ​ຊຶ່ງ​ເປັນ​ສັນ​ຍາ​ຕ່າງໆ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ກຳ​ປູ​ເຈຍ​ຢ່າງ​ຮອບ​ດ້ານ​ດ້ວຍ​ວິທີ​ການ​ເມືອງ.

ໃນ​ເດືອນ​ກັນຍາ​ປີ1993,ກຳປູ​ເຈຍຈັດການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ອີກ​ເ​ທື່ອໜຶ່ງ,​ແລະ ປ່ຽນ​ຊື່​ເປັນ​ລາຊະ​ອະນາ​ຈັກ​ກຳ​ປູ​ເຈຍ,​ສົມ​ເດັດ​ສີ​ຫາ​ນຸ​ຂຶ້ນ​ເປັນ​ເຈົ້າ​ມະ​ຫາ​ຊີ​ວິດ​ກຳ​ປູ​ເຈຍ​ເທື່ອ​ທີ​ສອງ.​ໃນ​ວັນ​ທີ6​ຕຸ​ລາ​ປີ​2004,​ສົມ​ເດັດ​ສີ​ຫາ​ນຸ​ປະ​ກາດ​ໜັງ​ສື​ແຈ້ງ​ພີ່​ນ້ອງ​ຮ່ວມ​ຊາດ,​ປະ​ກາດ​ວ່າ ​ໄດ້​ຕັດ​ສິນ​ໃຈ​ຈະ​ສະ​ຫຼະ​ຕຳ​ແໜ່ງ​ຍ້ອນ​ອາ​ຍຸ​ສູງ​ແລະ​ເປັນ​ພະ​ຍາດ​ຫຼາຍ​ຢ່າງ.​ເມື່ອ​ວັນ​ທີ​14​ເດືອນ​ດຽວ​ກັນ,​ຄະ​ນະ​ກຳ​ມະ​ການ​ລາ​ຊະ​ບັນ​ລັງ​ເປັນ​ເອ​ກະ​ສັນ​ກັນ​ສະ​ເໜີ​ໃຫ້​ສົມ​ເດັດພະ​ນະ​ໂຣດົມ ສີ​ຫາ​ໂມ​ນີ​ເປັນ​ເຈົ້າ​ຊີ​ວິດ​ອົງ​ໃໝ່​ຂອງ​ກຳປູ​ເຈຍ.

ພະ​ບາດ​ສົມ​ເດັດ​ພະນະ​ໂຣດົມ ສີ​ຫາ​ນຸມີ​ພອນ​ສະຫວັນ​ແລະ​ຄວາມ​ສາມາດ​ໃນ​ຫຼາຍ ດ້ານ,​ເຄີຍ​ແຕ່ງ​ເພງ​ໃນ​ຮູບ​ເງົາ​ຫຼາຍ​ເພງ​ເປັນ​ພາ​ສາ​ຂະ​ແໝນ,​ພາ​ສາ​ອັງ​ກິດ​ແລະ​ພາ​ສາ​ຝຣັ່ງ.

ໃນ​ໄລຍະ​ເວລາ​ອັນ​ຍາວ​ນານ​ຜ່ານ​ມາ,ສົມ​ເດັດ​ນະ​ໂຣດົມ ສີ​ຫາ​ນຸ​ໄດ້ສຸມ​ກຳ​ລັງ​ເຂົ້າ​ໃນ​ພາ​ລະ​ກິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍ,​ເຄີຍ​ບໍ​ລິ​ຈາກ​ເງິນ​ຊ່ວຍ​ເຫືຼອ​ໃຫ້​ແກ່​ເຂດ​ປະ​ສົບ​ໄພ​ຂອງ​ຈີນ​ຫຼາຍ​ຄັ້ງ.