ລັດ​ຖະ​ບານ​ຈີນ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ລ້າ 19​ຕື້​ກວ່າ​ກີບ​ໃຫ້​ແກ່​ລັດ​ຖະ​ບານ​ລາວ

(GMT+08:00) 2012-10-15 19:10:40     cri

ວັນທີ 15 ຕຸລານີ້, ຢູ່ທີ່ຫ້ອງວ່າການລັດ​ຖະ​ບານ​ໄດ້​ມີ​ພິ​ທີ​ມອບ-​ຮັບ​ລົດ ແລະ​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​ທີ່​ຊ່ວຍ​ເຫຼືອ​ລ້າ​ຈາກ​ລັດ​ຖະ​ບານ ສປ ຈີນ,​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ປູ​ຈຽນ​ກົວ,​ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ​ຈີນ​ປະ​ຈຳ​ລາວ,​ທ່ານ ດຣ.​ສິນ​ລະ​ວົງ ຄຸດ​ໄພ​ທູນ,​ລັດ​ຖະ​ມົນ​ຕີ,​ຫົວ​ໜ້າ​ຫ້ອງ​ວ່າ​ການ​ລັດ​ຖະ​ບານ,​ທ່ານ ພູ​ເພັດ ຄຳ​ພູນ​ວົງ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ແລະ ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ນາງ ປູ​ຈຽນ​ກົວ ຕາງ​ໜ້າ​ຝ່າຍ​ຈີນ​ໄດ້​ມອບ​ລົດ​ເມ 30​ບ່ອນ​ນັ່ງ 10​ຄັນ,​ລົດ​ເກັ໋ງ 4​ຄັນ ແລະ​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​93​ເຄື່ອງ,​ລວມ​ມູນ​ຄ່າ 19​ຕື້​ກວ່າ​ກີບ ເພື່ອ​ຮັບ​ໃຊ້​ໃນ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ 9​ທີ່ ສປປ ລາວ​ຈະ​ເປັນ​ເຈົ້າ​ພາບ​ໃນ​ເດືອນ​ພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້.