ລາວ​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ຕຸ​ລາ​ນີ້

(GMT+08:00) 2012-10-16 18:50:06     cri
ຕາມ​ຂ່າວCRI:ວັນ​ທີ 16 ຕຸລາ​ນີ້, ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ພາກ​ປະຊາຊົນ​ອາຊີ​ເອີ​ຣົບຄັ້ງທີ 9 ທີ່​ນະ​ຄອນຫຼວງ​ວຽງ​ຈັນ, ທ່​ານທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກ​ລັດຖະ​ມົນຕີ, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ກ່າວ​ວ່າ, ວັນ​ທີ 26 ຕຸລາ 2012, ​ໃນ​ກອງ​ປະຊຸມ​ສະພາ​ຂອງ​ອົງການ​ການ​ຄ້າ​​ໂລກທີ່​ເຊີ​ແນວ​ປະ​ເ​ທດສະ​ວິດ​​ເຊີ​ແລນ, ​ເວລາ 14 ​ໂມງ, ສະພາ​ດັ່ງກ່າວ​ຈະ​ໄດ້​ມີ​ພິທີ​ຮັບ​ເອົາ​ສປປລາວ​ເຂົ້າ​ເປັນ​ສະມາ​ຊິກອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ. ສປປລາວ​ຈະ​ເປັນ​ປະ​ເທດ​ສະມາຊິກ​ທີ 157.