ກອງ​ປະຊຸມ​ພາກ​ປະ​ຊາ​ຊົນ​ອາຊີ​ເອີ​ຣົບ​ຄັ້ງ​ທີ9​ໄຂ​ຂື້ນ​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ

(GMT+08:00) 2012-10-16 19:05:34     cri


ທ່ານ​ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດ​ຖະມົນຕີ,​ລັດ​ຖະ​ມົນ​ຕີ​

ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ເປີດ​ກອງ​ປະ​ຊຸມ​

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ16ຕຸລາ​ນີ້​, ຢູ່​ຫໍ​ວັດທະນະທຳ​​ແຫ່ງ​ຊາດ​ທີ່​ນະຄອນ​ຫຼວງ​ວຽງ​ຈັນ​ໄດ້​ຈັດ​ພິທີ​ເປີດ​ກອງປະຊຸມ​ພາກ​ປະຊາຊົນ​ອາຊີ​ເອີຣົບຄັ້ງ​ທີ9 ຫຼື AEPF 9.​ໃນ​ພິທີ​ດັ່ງກ່າວ,​ ທ່ານ​ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດ​ຖະມົນຕີ,​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ເປີດ​ກອງ​ປະຊຸມ.

ທ່ານ​ກ່າ​ວວ່າ,​ ກອງ​ປະຊຸມ​ພາກ​ປະຊາຊົນ​ອາຊີ​ເອີ​ຣົບຄັ້ງ​ທີ9ຈະ​ເປັນ​ໂອກາດ​ສຳຄັນ​ອັນ​ໜຶ່ງ​ທີ່​ຈະ​ໄດ້​ມີ​ການ​ແລກປ່ຽນ​ກັນ​ທາງ​ດ້ານ​ສະຕິ​ປັນຍາ, ​ແນວ​ຄວາມຄິດ ​ແລະ​ບົດຮຽນ​ດ້ານ​ຕ່າງໆ ​ແນ​ໃສ່​ນຳ​ເອົາ​ຜົນ​ທາງ​ບວກ ​ເຂົ້າ​ໃນ​ການ​ພັດທະນາ​ຮອບດ້ານ​ຂອງ​ແຕ່ລະ​ປະ​ເທດ​ໃນ​ສອງ​ພາກ​ພື້ນ, ອັນ​ຈະ​ເປັນ​ການ​ຕອບ​ສະໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ແລະ​ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ. ອີກ​ດ້ານ​ໜຶ່ງ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ສອງ​ພາກ​ພື້ນ, ​​ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ສອງ​ພາກ​ພື້ນ ມີ​ຄວາມ​ເຂົ້າ​ໃຈ​ກັນ, ມີ​ມິດ​ໄມຕີ​ຕໍ່​ກັນ ​ແລະ​ມີ​ຄວາມ​ໃກ້​ຊິດ​ສະໜິດ​ສະໜົມ​ກັນ, ​ເຂົ້າ​ໃຈຄວາມ​ມຸ່ງ​ມາດ​ປາຖະໜາ, ​ເຂົ້າ​ໃຈ​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ, ຈຸດ​ພິ​ເສດ​ຂອງ​ປະຫວັດສາດ, ຂະ​ນົບ​ທຳນຽມ​ແລະ​ວັດທະ​ນະທຳ​ທີ່​ມີ​ເອກະລັກ​ຂອງ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ.

ເນື້ອ​ໃນ​ໃຈຄວາມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ແນ​ໃສ່: ຮັດ​ແໜ້ນ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ ​ເພື່ອ​ຕ້ານ​ກັບ​ຄວາມທຸກ​ຍາກ, ຕ້ານ​ຄວາມ​ບໍ່​ຍຸດຕິ​ທຳ, ຄວາມ​ບໍ່​ສະ​ເໝີ​ພາບ​ແລະ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ແນ​ໃສ່​ສ້າງ​ລັດ​ຂອງ​ປະຊາຊົນ ​ເພື່ອ​ປະຊາຊົນ​ແລະ​ໂດຍ​ປະຊາຊົນ.

ຄະນະ​ຜູ້​ແທນ​ຈາກ​ວົງ​ການ​ຕ່າງໆ​ຂອງ​ສອງທະ​ວີບອາຊີ​ແລະ​ເອີ​ຣົບລວມ​ປະມານ800​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້,​ ​ໃນ​ກອງ​ປະຊຸມ​ທີ່​ຈະ​ດຳ​ເນີນ​​ເປັນ​ເວລາ 4 ວັນ ຄື​ແຕ່​ວັນ​ທີ 16 ຫາ 19 ຕຸລາ​ນີ້,​ ຈະ​ປຶກສາ​ຫາລື​ກ່ຽວ​ກັບ 4 ຫົວ​ຂໍ້​ໃຫຍ່​ແລະ 36 ຫົວ​ຂໍ້​ຍ່ອຍ.