ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແມ່​ຍິງ​ອາ​ຊຽນ​ຄັ້ງ​ທີ 11

(GMT+08:00) 2012-10-16 16:03:42     cri

ກອງ​ປະຊຸມ​ຄະນະ​ກຳມະການ​ແມ່ຍິງ​ອາຊຽນ​ຄັ້ງ​ທີ 11 ພາຍ​ໃຕ້​ຫົວ​ຂໍ້​"ການ​ສົ່ງ​ເສີມ​ບົດບາດ​ຍິງ-​ຊາຍ ​ແລະ ການ​ເປັນ​ຄູ່​ຮ່ວມ​ມື​ຂອງ​ແມ່​ຍິງ​ອາ​ຊຽນ ​ເພື່ອ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ" ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ​16​ຕຸ​ລາ​ນີ້,​ເພື່ອ​ທົບ​ທວນ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະ​ຕິ​ບັດ​ງານ​ແມ່​ຍິງ​ອາ​ຊຽນ ປີ 2011-2015; ​ແຜນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ດ້ານ​ເສດ​ຖະ​ກິດ​-​ສັງ​ຄົມ ທີ່​ພົວ​ພັນ​ເຖິງ​ວຽກ​ງານ​ແມ່​ຍິງ;​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ ງານ​ທີ່​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແມ່​ຍິງ​ອາ​ຊຽນ​ຄັ້ງ​ທີ 10 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2011 ​ທີ່​ຜ່ານ​ມາ.

ພ້ອມ​ກັນ​ນັ້ນ ຕົວ​ແທນ​ຂອງ​ແມ່ຍິງ​ແຕ່ລະ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ກໍ່​ໄດ້​ລາຍ​ງານ​ການຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ ​ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແມ່​ຍິງ​ອາ​ຊຽນ​ປີ 2011​-​2015 ​ໂດຍ​ສະ​ເພາະ​ບັນ​ຫາ​ສິ່ງ​ແວດ​ລ້ອມ,​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ສົ່ງ​ເສີມ​ບົດ​ບາດ​ຍິງ​-​ຊາຍ​ໃນ​ການ​ນຳ ແລະ ອື່ນໆ.

ກອງ​ປະຊຸມ​ຄັ້ງນີ້​ດຳ​ເນີນ​ໄປໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ບັນ​ດິດ​ປະ​ທຸມ​ວັນ,​ຮອງ​ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ,​ມີ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ແມ່​ຍິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ 10 ປະ​ເທດ​ເຂົ້າ​ຮ່ວມ.​