ຈີນ​ກ່າວ​ວ່າ,ຈະ​ຕິດ​ຕາມ​ສະ​ພາບ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ທະ​ຫານ​ຍີ່​ປຸ່ນ​​ແລະ​ອາ​ເມ​ລິ​ກາ​ຢ່າງ​ໃກ້​ຊິດ,​ຫວັງ​ວ່າ ຍີ່​ປຸ່ນ​ຈະ​ມີ​ການ​ກະ​ທຳ​ທີ່​ແກ້​ໄຂ​ຄວາມ​ຜິດພາດຂອງ​ຕົນ​ດ້ວຍຄວາມ​ຈິງ​ໃຈ

(GMT+08:00) 2012-10-16 20:26:32     cri
ຕາມ​ຂ່າວCRI:​ໂດຍ​ແນ​ໃສ່​ການ​ຊ້ອມ​ຮົບ​ຮ່ວມລະຫວ່າງ​ກອງ​ທະຫານ​ຍີ່ປຸ່ນ​ກັບ​ອາ​ເມ​ລິ​ກາ​ທີ່​ຈະ ຈັດ​ຂຶ້ນຢູ່​ໂອ​ກິ​ນາ​ວາ,​ວັນ​ທີ​16​ຕຸ​ລາ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຫົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຕິດ​ຕາມ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ,​ສະ​ຫງວນ​ສິດ​ທີ່​ຈະ​ມີ​ການ​ປະ​ຕິ​ບັດ​ທີ່​ສອດ​ຄ່ອງ​ກັນ.​ຈີນ​ຫວັງ​ວ່າ ຍີ່ປຸ່ນ​ຈະ​ມີ​ການ​ກະ​ທຳ​ຕົວ​ຈິງ​ທີ່​ແກ້​ໄຂ​ຄວາ​າມ​ຜິດ​ພາດ​ຂອງ​ຕົນ​ດ້ວຍ​ຄວາມ​ຈິງ​ໃຈ,​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ຢູ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ.