ສະມາຊິກ​ສະພາ​ຍີ່​ປຸ່ນ67ຄົນ​ໄປ​ນະ​ມັດ​ຊະ​ການ​ຫໍ​ຢ່າ​ຊຸ​ຄູ​ນິ

(GMT+08:00) 2012-10-18 14:30:45     cri
ສະມາຊິກ​ສະພາ​ຍີ່​ປຸ່ນ67ຄົນ​ໄປ​ນະ​ມັດຊະ​ການ​ຫໍ​ຢ່າຊຸຄູ​ນິ​ໃນ​ຕອນ​ເຊົ້າ​ວັນ​ທີ18​ຕຸລາ​ນີ້.ຊຶ່ງ​ສະມາຊິກ​ສະພາ67​ຄົນ​ນີ້​ແມ່ນ​ຂຶ້ນ​ກັບ​ສະຫະພັນ​ສະມາຊິກ​ສະພາ​ບໍ່​ຈຳ​ແນ​ກ​ຝ່າຍ​ທີ່​ມີ​ຊື່​ວ່າ"ສະມາຄົມ​ສະມາຊິກ​ສະພາ​ທຸກ​ຄົນ​ພາ​ກັນ​ໄປ​ນະ​ມັດ​ຊະ​ການ​ຫໍ​ຢ່າ​ຊຸ​ຄູ​ນິ".​ໃນ67​ຄົນ​ດັ່ງ​ກ່າວ​ມີ​ລັດ​ຖະ​ມົນ​ຕີ​ສອງ​ຄົນ​ຄື​ທ່ານ​ຢູ​ອີ​ຊີ​ໂຣ ຮາ​ຕະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທີ່​ດິນ​ແລະ​ຄົມ​ມະ​ນາ​ຄົມ​ແລະ​ທ່ານ​ມິ​ກິ​ໂອ ຊີ​ໂມ​ຈິ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ປະຕິ​ຮູບ​ໄປ​ສະ​ນີ.ນອກ​ນີ້,​ທ່ານ​ໂຢ​ຊິ​ຣຸ​ໂມ​ຣີ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ,​ທ່ານ​ຮິ​ເດ​ຮິ​ຊະ ​ໂອ​ຊູ​ຈິ ຮອງ​ປະ​ທານ​ສະ​ພາ​ສູງ​ຍີ່​ປຸ່ນກໍ່​ໄດ້​ໄປ​ນະ​ມັດ​ຊະ​ການ​ຫໍ​ຢ່າ​ຊຸ​ຄູນີ​ໃນ​ຄັ້ງ​ນີ້​ເຊັ່ນ​ກັນ.