ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຫໍ​ຢ່າ​ຊຸ​ຄູ​ນິ​ແມ່ນ​​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ທີ່​ພວກ​ລັດ​ທິ​ລັດ​ຖະ​ທະ​ຫານ​ກໍ່​ສົງ​ຄາມ​ຮຸກ​ຮານ,​ຍີ່​ປຸ່ນ​ຄວນ​ປະ​ເຊີນ​ໜ້າ​ກັບ​ປະ​ຊາ​ຄົມ​ໂລກ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ

(GMT+08:00) 2012-10-18 17:24:19     cri
ຕອນ​ບ່າຍ​ວັນ​ທີ17​ຕຸລາ​ນີ້,ທ່ານ​ຊິນ​ໂຊະອາ​ເບະ ປະທານ​ພັກ​ເສລີ​ປະຊາທິປະ​ໄຕຍີ່​ປຸ່ນ​ໄດ້​​ໄປນະ​ມັດຊະ​ການ​ຫໍ​ຢ່າ​ຊຸ​ຄູ​ນິ.ວັນ​ທີ18​ຕຸລາ​ນີ້,ສະມາຊິກ ​ຄະນະ​ລັດຖະບານ​​ໂນ​ດະ ​ໂຢຊີ​ຮິ​ໂກະອີກ2​ຄົນກໍ່​ໄດ້​ໄປ​ນະ​ມັດຊະ​ການ​ຫໍ​ຢ່າ​ຊຸ​ຄູ​ນິ.ຕໍ່​ເລື່ອງ​ນີ້,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​​ໃນ​ວັນ​ທີ18​ຕຸລາ​ນີ້​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ວ່າ:​ບັນ​ຫາ​ຫໍ​ຢ່າ​ຊຸ​ຄູ​ນິ​ແມ່ນ​ກ່ຽວ​ພັນ​ເຖິງ​ຍີ່​ປຸ່ນຈະ​ສາມາດ​ປະຕິບັດ​ຕໍ່​ປະ​ຫວັດ​ສາດ​ໄດ້​ຢ່າງ​ຖືກ​ຕ້ອງ​ຫຼື​ບໍ່?​ແລະ​ຈະ​​ເປັນ​ການ​ເຄົາ​ລົບ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນປະ​ເທດ​ອາຊີ​ທີ່​​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຍີ່ປຸ່ນນັ້ນ​ໄດ້​ຫຼື​ບໍ່?ຍີ່ປຸ່ນຄວນ​​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ການສະ​ແດງ​ທ່າ​ທີ​​ແລະ​ຄຳ​ໝັ້ນ​ສັນຍາ​ອັນ​ເຄັ່ງຂຶມ​ຂອງ​ຕົນທີ່​ມີ​ຕໍ່​ບັນຫາ​ໃນ​ປະຫວັດສາດ,​​ແລະ​ປະ​ເຊີນ​ໜ້າ​ກັບ​ປະຊາ​ຄົມ​ໂລກ​ຢ່າງ​ມີ​ຄວາມ​ຮັບຜິດ​ຊອບ.