ຍີ່ປຸ່ນ​ຄວນ​ກັບ​ຄືນ​ສູ່​ຈຸ​ດ​ເດີມ​ຄື"​​ໂຈະຄວາມ​ຂັ​ດ​ແຍ່ງ​​ໄວ້ກ່ອນ"-ສຳພາດ​ທ່ານ​ທາ​ຄາ ຄາ​ເກະ ຟູ​ຈິ​ຕະ, ​ອະດີດເລ​ຂາ​ທິການ​ໃຫຍ່ຂອງ​ຄະນະ​ກຳມະການ​ສັນຕິພາບ​ປະຊາຊົນ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕຍີ່ປຸ່ນ

(GMT+08:00) 2012-10-18 15:56:25     cri

ຕາມ​ຂ່າວCRI: ​ໃນ​ໄລຍະທີ່ສາຍສຳພັນ​ລະຫວ່າງຈີນ​ກັບ​ຍີ່ປຸ່ນ​ຫັນ​ເປັນ​ປົກ ກະຕິ​ຄົບຮອບ40ປີ, ຈີນ​ຍີ່ປຸ່ນ​ສອງ​ປະ​ເທດຄວນ​ຖື​ເປັນ​ໂອກາດ​ນີ້, ​ເຮັດ​ໃຫ້​ພື້ນຖານ​ການ​ແລກປ່ຽນ​ໃຫ້​ໝັ້ນຄົງ​ກວ່າ​ເກົ່າ​ຕື່ມ​ອີກ, ລົງ​ເລິກສາຍພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ແຕ່​ໃນ​ເດືອນ​ແລ້ວ​ນີ້, ຍ້ອນລະບົບ ການ​ປົກຄອງ​ງອັນ​ຜິດພາດທີ່​ນໍາພາ​ໂດຍ​ທ່ານ​ໂຢຊິ​ຮີ​ໂກະ ​ໂນ​ດະ​ຜູ້ນຳ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ​ໄດ້​ນຳ​ໃຊ້​ມາດ​ຕະການທີ່ຫັນ​ເກາະ​ຕ້ຽວ​ອີ​ຈີນ​ເປັນຂອງ​ລັດ​​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນຮຸນ​ແຮງ​ຂຶ້ນ. ຈາກ​ນັ້ນມາ, ຍັງ​ມີບຸກຄົນທາງ​ການ​ເມືອງ​ຂອງ​ຝ່າຍ​ອະນຸລັກ​ນິຍົມ​ຈຳນວນ​ໜຶ່ງ​ຂອງ​ຍີ່ປຸ່ນ​ນຳ​ໃຊ້​ບັນຫາ​ຜືນ​ແຜ່ນດິນ​ປຸກ​ປັ່ນຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ຕໍ່​ເນື່ອງ, ການ​​ໄປມາຫາສູ່​ກັນ​ລະຫວ່າງ​ທຸກ​ລະດັບ​ແລະ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ໄດ້​ຢຸດ​ສະ​ງັກລົງ. ​ໃນ​ອີກ​ດ້ານໜຶ່ງ, ​ໃນຂົງ​ເຂດ​ຫາງ​ສຽງ​ຍີ່ປຸ່ນ, ຄຳ​ເຫັນທີ່ ສົມ​ເຫດ​ສົມ​ຜົນຈາກບຸກຄົນ​ທີ່​ມີຄວາ​ມຮູ້​ຈຳນວນ​ໜຶ່ງ ທີ່ຖື​ຜົນ​ປະ​ໂຫຍ​ດສ່ວນ ລວມຂອງສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ເປັນ​ສຳຄັນ​ນັ້ນ ​ກໍ່​ກຳລັງ​​ໄດ້​ຮັບ​ການ​ຍອມຮັບ​ຈາກ​ສັງຄົມ​ຍີ່ປຸ່ນ.

ກ່ອນ​ໜ້າ​ນີ້, ທ່ານ​ຫວາງ​ຢາງ, ນັກ​ຂ່າວCRIປະຈຳ​ຍີ່ປຸ່ນ​ໄດ້​ສຳພາດ​ທ່ານ​ທາ​ຄາ ຄາ​ເກະ ຟູ​ຈິ​ຕະ, ​ອະດີດເລ​ຂາ​ທິການ​ໃຫຍ່ຂອງ​ຄະນະ​ກຳມະການ​ສັນຕິ ພາບ​ປະຊາຊົນ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕຍີ່ປຸ່ນ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ​ສະພາບ​ການ​ດ້ານ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ໃນ​ປະຈຸ​ບັນ​ນີ້​ເຮັດ​ໃຫ້​ຮູ້​ສຶກ​​ເສຍດາຍຫຼາຍ. ປີ​ສາຍສຳພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຫັນ​ເປັນ​ປົກກະຕິ​ຄົບຮອບ40ປີ​ຄວນ​ເປັນ​ປີ​ທີ່ສອງ​ຝ່າຍ​ຮ່ວມ​ກັນສະ​ເຫຼີ​ມ ສະຫຼອງ​ຂອງ​ສອງ​ຝ່າຍ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ທີ່ຄົບຮອບ40ປີ, ສອງ​ຝ່າຍ​ຄວນ​ປຶກສາ​ຫາລື​ກັນ​ວ່າ​ຈະພັດທະນາການ​ພົວພັນລະຫວ່າງ​ສອງ​ຝ່າຍ​ໃນ​ອະ​ນາຄົດ​​ຄືແນວ​ໃດ, ​ເພື່ອ​ກ້າວ​ໄປ​ໜ້າ​ຮ່ວມ​ກັນ. ສະຖານະ​ການ​​ໃນ​ປະຈຸ​ບັນ​ນີ້, ​ເຮັດ​ໃຫ້​ຮູ້ສຶກ​ເສຍດາຍ​ຫຼາຍ.​"

ທ່ານ​ທາ​ຄາ ຄາ​ເກະ ຟູ​ຈິ​ຕະປະຈຸ​ບັນມີ​ອາຍຸ64ປີ, ມີ​ປະສົບ​ການດ້ານ​ການ​ເມືອງ​ເປັວ​ເວລາ40ກວ່າປີ, ​ເຄີຍ​ເດີນທາງ​ມາ​ຢ້ຽມຢາມ​ຈີນ50​ກວ່າ​ເທື່ອ. ກ່ຽວ​ກັບສາ​ເຫດຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນຕົກຢູ່​ໃນ​ສະຖານະ​ການ​ເຄັ່ງຕຶງ​, ທ່ານ​ທາ​ຄາ ຄາ​ເກະ ຟູ​ຈິ​ຕະຊີ້​ອອກ​ວ່າ:

"​ຖ້າ​ເວົ້າ​ໂດຍ​ກົງ, ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ບັນຫາ​ຮຸນ​ແຮງ​ຂຶ້ນ, ກໍ່​ແມ່ນຍ້ອນລັດຖະບານຍີ່ປຸ່ນ​ກໍຄື​ລັດຖະບານ​ໂຢຊິ​ຮີ​ໂກະ ​ໂນ​ດະ​ຂອງ​ພັກ​ປະຊາທິປະ​ໄຕ​ດຳ​ເນີນ​ການ​ກະທຳ​​ທີ່"ຊື້​ເກາະຕ້ຽວ​ອີ​ຈີນ"ຂອງ​ທ່ານ​ອິຊິ​ຮາຣາ ຊິນ​ຕາ​ໂຣ, ​ເຈົ້າ​ຄອງ​ນະຄອນ​ໂຕ​ກຽວ​ໂຕຢ່າງ​ຜິດພາດ, ຊຶ່ງ​ໄດ້​ເປັນ​ການ​ກະທຳ​ທີ່​ບໍ່​ປະຕິບັດ​ຕາມ​​ຄວາມ​ເຫັນ​ທີ່​ໄດ້​ຕົກລົງ​ກັນ​ແລະ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ບັນລຸ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ໃນ​ໄລຍະ​ຜ່ານ​ມາ. ຍ້ອນ​ວ່າ​ລະບົບ​ການ​ປົກຄອງ​ຂອງ​ລັດຖະບານ​​ໂຢຊິ​ຮີ​ໂກະ ​ໂນ​ດະ​ເປັນ​ການ​ກະທຳ​ທີ່​ບໍ່​ປະຕິບັດ​ຕາມ​ຄວາມ​ເຫັນທີ່​ໄດ້​ຕົກລົງ​ກັນ​ໄວ້​ວ່າ: ​ໃຫ້2ປະ​ເທດ​ໂຈະ​​ຄວາມ​ຂັດ​ແຍ່ງກັນ​ໄວ້​ກ່ອນ", ດຳ​ເນີນ​ການຫັນ​ເປັນ​ຂອງລັດ, ສະ​ນັ້ນ​ເຮັດ​ໃຫ້​ລັດຖະບານ​ຈີນຮູ້ສຶກ​ຄຽດ​ຫຼາຍ. ນີ້​ແມ່ນສາ​ເຫດ​ຕົ້ນຕໍ​ທີ່​ສຳຄັນ​ທີ່​ສຸດ."

ທ່ານ​ທາ​ຄາຄາ​ເກະ ຟູ​ຈິ​ຕະ​ເຫັນ​ວ່າ, ພັກ​ປະຊາທິປະ​ໄຕ​ທີ່​ກຳ​ອຳນາ​ດບໍ່​ມີຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ປະຫວັດ​ສາດ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ຈຶ່ງ​ເຮັດ​ໃຫ້​ມີ​ການ​ຕັດສິນ​ໃຈ​ຢ່າງ​ຜິດພາດ ຄືການຫັນ​ປ່ຽນເກາະ​ຕ້ຽວ​ອີ​ເປັນ​ຂອງ​ຍີ່ປຸ່ນ.

ທ່ານ​ທະ​ຄາ​ຄາ​ເກະ ຟູ​ຈິ​ຕະກ່າວ​ວ່າ: "​ໃນ​ເດືອນ​ຕຸລາ​ປີ2010, ທ່ານ​ເຊ​ອິຈິ ມາ​ອິຮາຣະ, ຜູ້​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ພັກ​ປະຊາທິປະ​ໄຕຍີ່ປຸ່ນ​ໃນ​ສະ​ໄໝ​ນັ້ນ​​ເຄີຍ​​ໄດ້ກ່າວ​ໃນ​ລັດຖະສະພາ​ວ່າ, ການ​ໂຈະຄວາມ​ຂັດ​ແຍ່ງ​ກັນ​​ໄວ້​ກ່ອນທີ່​ທ່ານ​ເຕີ້ງສ້ຽວ​ຜີ​ງ, ອະດີດຮອງ​ນາຍົກ ລັດຖະ​ມົນຕີຈີນ​ສະ​ເໜີ​ນັ້ນ​ແມ່ນຄຳ​ປາ​ໄສພຽງ​ຝ່າຍ​ດຽວ​ຂອງ​ຈີນ​ເທົ່າ​ນັ້ນ, ຍີ່ປຸນ​ບໍ່​ໄດ້​ຕົກລົງ​ເຫັນ​ດີ​ກັບ​ຈີນ​ກ່ຽວ​ກັບ​ເລື່ອງ​ນີ້. ​ແຕ່​ສິ່ງ​ທີ່ຄວນ​ຊີ້​ໃຫ້​ຮູ້​ແຈ້ງ​ນັ້ນ​ແມ່ນ, ຄຳ​ເວົ້າ​ຂອງ​ທ່ານ​ທະ​ຄາຄາ​ເກະ ຟູ​ຈິ​ຕະ​ແມ່ນຄໍາ​ເວົ້າ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ເປັນ​ການ ຢຽບຢ່ຳ​ປະຫວັດສາດ. ຂ້າພະ​ເຈົ້າ​ເຫັນ​ວ່າ, ​ນີ້​ກາຍ​ເປັນ​​ປັດ​ໃຈ​ທີ່​ພາ​ໃຫ້​​ເກີດ​ສະຖານະ​ການ​ໃນ​ປະຈຸ​ບັນ, ທ່ານ​ເຊ​ອິຈິ ມາ​ອິຮາຣະຄວນ​ຮັບຜິດຊອບ​ທັງ​ໝົດຕໍ່​ເລື່ອງ​ນີ້."

ເມື່ອ​ເວົ້າ​ເຖິງ​ອະນາຄົດ​ຂອງ​ການ​ພົວພັນລະຫວ່າງ​ຈີນ-​ຍີ່ປຸ່ນ, ທ່ານ​ທາ​ຄາຄາ​ເກະ ຟູ​ຈິ​ຕະ ຢາກອີງ​ໃສ່​ຄຳ​ທີ່​ວ່າ "ສັນຕິພາບ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ, ການ​ເປັນປໍ​ລະ​ປັກຈະ​ເສຍ​ຫາຍ​ທັງ​ສອງ​ຝ່າຍ" ຊຶ່ງ​ເປັນ​ຄຳ​ເວົ້າ​ຂອງທ່ານ​ຈ່າງ​ສ່ຽງ​ຊ່ານ, ອະດີດ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ປະທານ​ສະຫະພັນ​ມິດຕະພາບ​ຈີນ-​ຍີ່ປຸ່ນທີ່​ເຄີຍ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ມິດຕະພາບ​ຈີນ-​ຍີ່ປຸ່ນ, ​​ແລະ​ໃຊ້​ຄຳ​ເວົ້າ​ດັ່ງກ່າວ​ຊຸກຍູ້​ໃຫ້​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ​ເພື່ອ​ການ​ຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ.

ທ່ານ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ເຫັນ​ວ່າ, ຄຳ​ເວົ້າ​ນີ້​ເວົ້າ​​​ໄດ້ດີ​ຫຼາຍ, ​ແລະມີກຳລັງ​ໃຈ​ຫຼາຍ ຈາກ​ຄຳ​ນີ້​. ຂ້າພະ​ເຈົ້າ​ຄຶດ​ວ່າ, ປະຈຸ​ບັນ​ຄວນ​ເຂົ້າ​ໃຈ​ຄຳ​ເວົ້າ​ນີ້​ຢ່າງ​ລະອຽດ​ກວ່າ​ເກົ່າ, ພະຍາຍາມ​ສ້າງ​ຍຸກສະ​ໄໝ​ທີ່​ຈີນ​ແລະ​ຍີ່ປຸ່ນ​ຮັກສາການ​ພົວພັນທີ່​ມີ​ສັນຕິພາບ​ແລະ​ມິດຕະພາບ​ຕະຫຼອດ​ໄປ​ເພື່ອ​ຊຸກຍູ້​ໃຫ້​ອາຊີ​ພັດທະນາ​ກ້າວ​ໄປ​ໜ້າ​ຮ່ວມ​ກັນ. "