ການ​ພົບ​ປະ​ລະ​ຫວ່າງ​ຄະ​ນະ​ຜູ່​ແທນ​ແມ່​ຍິງ​ຂັ້ນ​ສູງ​ລາວ​-​ຈີນ

(GMT+08:00) 2012-10-18 16:13:30     cri

ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ18​ຕຸລາ​ນີ້,​ທ່ານ​ນາງ​ສີ​ໃສ ລື​ເດດ​ມູນ​ສອນ,​ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄໍາ​ນັບ​ຂອງ​ທ່ານ​ນາງ​ເມີ້ງ​ສຽວ​ຊື້,​ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ທົ່ວ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ ​ໃນ​ໂອ​ກາດ​ທີ່​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄະ​ນະ​ກໍາ​ມະ​ການ​ແມ່​ຍິງ​ອາ​ຊຽນ​+​3​ທີ່​ນະ​ຄອນ​ຫລວງ​ວຽງ ຈັນ​ສປປ​ລາວ.​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ຄຶດ​ຄໍາ​ເຫັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ແມ່​ຍິງ​ລະ​ຫວ່າງ​ລາວ​-​ຈີນ.


ຜູ່ແທນຝ່າຍຈີນ

ທ່ານ​ນາງ​ສີ​ໃສ ລື​ເດດ​ມູນ​ສອນ​​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​​ໃຫ້ການ​ສະ​ໜັບສະ​ໜູນ​ແລະ​ຄວາມ​ຊ່ວຍ​ເຫລືອ​ຕໍ່​ການ​ພັດທະນາ​ຂອງ​ວຽກ​ງານ​ແມ່​ຍິງລາວ​ມາເປັນ​ເວລາ​ຍາວ​ນານ. ທ່ານ​ກ່າວ​ວ່າ, ຈີນ​ມີ​ບົດຮຽນ​ຫຼາຍ​ກ່ຽວ​ກັບ ການ​ແກ້​ໄຂ​ບັນຫາ​ສາກົນ​ແລະ​ພາກ​ພື້ນ, ​ແລະ​ໃນ​ດ້ານ​ການພັດທະນາ​ວຽກ​ງານ​ແມ່ຍິງ. ​​ຫວັງ​ວ່າ, ສອງ​ຝ່າຍຈະສ້າງຕັ້ງກົນ​​ໄກ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ​ກັນ​ລະ ຫວ່າງຜູ້​ແທນ ແມ່ຍິງ​ຂັ້ນ​ສູງ​ເປັນ​ປົກ​ກະ​ຕິ,​ລົງ​ເລິກ​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ກັນ, ຮ່ວມ​ກັນ​ຊຸກ​ຍູ້​ວຽກ​ງານ​ແມ່ຍິງ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ.​ທ່ານ​ນາງ​ສີ​​ໃສ ລື​ເດດ​ມູນ​ສອນ​ຍັງ​ກ່າວ​ອີກ​ວ່າ,​ຫວັງ​ໃຫ້​ສອງ​ປະ​ເທດ​​ເພີ່ມ​ທະ​ວີ​ການ​ຝຶກ​ອົບ​ຮົມ​ທາງ​ດ້ານ ເຕັກ​ນິກ,​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ພາ​ສາ​ໃຫ້​ແກ່​ແມ່​ຍິງ​ລາວ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ແລະ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ແລະ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ນາງ​ເມີ້​ງສຽວ​ຊື້​​ໄດ້​ສະ​ແດງ​ຄວາມ​​ເຫັນ​ດີ​ນຳຄໍາ​ເຫັນ​ຂອງທ່ານ​ນາງ​ສີ​ໃສ ລື​ເດດ​ມູນ​ສອນ.​ທ່ານ​ກ່າວ​ວ່າ:​ສະ​ຫະ​ພັນ​ແມ່​ຍິງ​ທົ່ວ​ປະ​ເທດ​ຈີນ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດທະນາ​ວຽກ​ງານ​ແມ່​ຍິງລາວ​ຢ່າງສຸດ​ຄວາມ​ສາ​ມາດ,​ຜ່ານ​ການ​​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ ​​ແລະເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​, ລົງ​ເລິກ​ການ​ຮ່ວມ​ມື.​ສະ​ຫະ​ພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນ​ຈະ​ມອບ​ອຸ​ປະ​ກອນ​ວັດ​ທະ​ນະ​ທຳ​ຕ່າງໆ​ທີ່​ເປັນ​ມູນ​ຄ່າ​3​ແສນ​ຢວນ​ໃຫ້​ແກ່​ສູນ​ຝຶກ​ອົບ​ຮົມ​ແມ່​ຍິງ​ລາວ, ​ແລະ​ຈະ​ຮ່ວມ​ກັບ​ສູນ​ຝຶກ​ອົບ​ຮົມ​ແມ່​ຍິງ​ຈີນ​-​ອາ​ຊຽນ​ທີ່​ຕັ້ງ​ຢູ່​ເຂດ​ກວາງ​ຊີ​ຈີນ​ຈັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ຈີນ​ໃຫ້​ແກ່​ພະ​ນັກ​ງານ​ລາວ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ແມ່ຍິງ, ​ແລະ​ຫວັງ​ໃຫ້​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ແມ່​ຍິງ​ຈີນ​ລາວ​ສາ​ມາດ​ເກີດ​ດອກ​ອອກ​ຜົນ​ຢ່າງ​ຫລວງ​ຫລາຍ.


ຝ່າຍຈີນມອບຂອງຂວັນໃຫ້ຝ່າຍລາວ