ກອງ​ປະ​ຊຸມ​ຄະ​ນະ​ກໍາ​ມະ​ການ​ແມ່​ຍິງ​ອາ​ຊຽນ​ບວກ​ສາມ​ຄັ້ງ​ທີ​4​ຈັດ​ຂື້ນ​ຢູ່​ລາວ

(GMT+08:00) 2012-10-18 18:24:31     cri
ຕາມ​ຂ່າວCRI: ກອງ​ປະຊຸມ​ຄະ​ນະ​ກໍາມະການ​ແມ່ຍິງ​ອາ​ຊຽນບວກ​ສາມຄັ້ງ​ທີ 4 ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ​18​ຕຸ​ລາ​ນີ້,​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ,​ຄະ​ນະ​ຜູ້​ແທນ​ແມ່​ຍິງ​ຂັ້ນ​ສູງ​ຂອງ​10​ປະ​ເທດ​ອາ​ຊຽນ​ແລະ​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານນາງ​ ສີ​ໃສ ລື​ເດດ​ມູນ​ສອນ, ກໍາມະການ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ໄດ້​ກ່າວ​ເປີດ​ກອງ​ປະ​ຊຸມ, ​ໂດຍ​ທີ່​ໄດ້​ເນັ້ນ​ເຖິງ​ຄວາມ​ສໍາ​ຄັນ​ໃນ​ການ​ພົວ​ພັນ​ໃນ​ຂອບ​ເຂດ​ອາ​ຊຽນ​ບວກ​ສາມ​ແລະ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສໍາ​ເລັດ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ,​ລວມ​ທັງ​ບັນ​ຫາ​ສິ່ງ​ແວດ​ລ້ອມ ​ແລະ​ບົດບາດ​ຍິງ​-​ຊາຍ.​ພ້ອມ​ດຽວ​ກັນ​ນີ້,​ທ່ານ​ໄດ້​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ຂອງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມອາ​ຊຽນ​ບວກ​ສາມ​ຄັ້ງ​ທີ 11 ​ໃນ​ເດືອນ​ກັນ​ຍາ 2012,​ທີ່​ບາງ​ກອກ​ປະ​ເທດ​ໄທ, ​ເຊິ່ງ​ເປັນ​ການ​ປະ​ກອບ ສ່ວນ​ສໍາຄັນ​ໃຫ້​ແກ່​ກອງ​ປະຊຸມ​ຄະ​ນະ​ກໍາ​ມະ​ການ​ແມ່​ຍິງ​ອາ​ຊຽນ​ບວກ​ສາມ​ໃນ​ຄັ້ງ​ນີ້​ທີ່​ສຸມ​ໃສ່​ປຶກ​ສາ​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ​ພາຍ​ໄຕ້​ຄໍາ​ຂວັນ​ທີ່​ວ່າ: ​" ສົ່ງ​ເສີມ​ບົດບາດ​ຍິງ​-​ຊາຍ​ແລະ​ການ​ເປັນ​ຄູ່​ຮ່ວມ​ຂອງ​ແມ່​ຍິງ​ອາ​ຊຽນ​ເພື່ອ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ ".

ທ່ານ​ນາງ​ເມີ້​ງສ້ຽວ​ຊື້, ຮອງ​ປະ​ທານ​ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນ​ກ່າວ​ວ່າ,​ແມ່​ຍິງ​ເປັນ​ຜູ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ຕັ້ງ​ໜ້າ,​ ທັງ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ໃນ​ເລື່ອງ​ນີ້.​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ,​ກຳ​ລັງ​ສັງ​ລວມ​ແລະ​ບົດ​ບາດ​ຂອງ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ, ອາ​ຊຽນ​ກັບ​ຈີນ,​ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ, ​ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ພ້ອມ​ກັນ,​ ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ,​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ໃນ​ພາກ​ພື້ນ​ນີ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ແຫ່ງ​ນີ້.​ ພວກ​ຂ້າ​ພະ​ເຈົ້າ​ຄວນ​ເສີມ​ສ້າງ​ທັດ​ສະ​ນະ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ,​ ມີ​ຄວາມ​ເຊື່ອ​ໝັ້ນ ​ຢ່າງ​ໜັກ​ແໜ້ນ​ໃນ​ການ​ຮ່ວມ​ມື, ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ແມ່​ຍິງ.

ຜູ້​ແທນທີ່​ເຂົ້າ​ຮ່ວມ​ປະຊຸມ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຕັ້ງ​ໜ້າ,​ຮ່ວມ​ກັນ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ບັນ​ຫາ​ຕ່າງໆ,​​ເຊັ່ນ,​​ ບັນ​ຫາ​ການ​ພັດ​ທະ​ນາ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ,​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ບົດ​ບາດ​ຍິງ​ຊາຍ,​ພັດ​ທະ​ນາ​ວຽກ​ງານ​ຂອງ​ແມ່​ຍິງ,​ແລະ​ອື່ນໆ.​ພ້ອມ​ທັງ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ໂຄງ​ການ​ແລະ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ດາ​ປະ​ເທດ,​ເພື່ອ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.