
ຕາມຂ່າວ CRI : ວັນທີ 18 ຕຸລານີ້ ທີ່ສະພາແຫ່ງຊາດລາວ, ທ່ານ ດຣ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານເຈີ້ງສື່ຫລີນ,ຮອງປະທານຄະນະກຳມາທິການຕ່າງປະເທດຂອງສະພາປະຊາຊົນແຫ່ງຊາດຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ລາວແຕ່ວັນທີ15-18ຕຸລານີ້.

ໃນໂອກາດນີ້, ທ່ານ ດຣ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນແລະຕາງໜ້າໃຫ້ປະທານສະພາແຫ່ງຊາດລາວຕີລາຄາສູງຕໍ່ການມາຢ້ຽມ ຢາມລາວຂອງທ່ານ ເຈີ້ງສື່ ຫລີນ ພ້ອມຄະນະ, ເຊິ່ງເປັນການຊຸກຍູ້-ສົ່ງເສີມສາຍພົວພັນມິດຕະພາບອັນດີງາມສອງຊາດລາວ-ຈີນເວົ້າລວມ, ເວົ້າສະເພາະແມ່ນ ຂົງເຂດວຽກງານກຳມະທິການຕ່າງປະເທດ,ທ່ານຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມອາເຊັບ 7 ທີ່ນະຄອນຫລວງວຽງຈັນແລະໄດ້ຊ່ວຍເຫລືອດ້ານວັດຖຸປັດໃຈໃນການດຳເນີນກອງປະຊຸມດັ່ງກ່າວອີກດ້ວຍ.
ພ້ອມດຽວກັນນີ້,ທ່ານເຈີ້ງສື່ຫລີນໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ຮອງປະທານສະພາແຫ່ງຊາດລາວໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້,ຊຶ່ງເປັນການປະກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າອົກເຂົ້າໃຈແລະການຮ່ວມມືເຊິ່ງກັນແລະກັນຢ່າງຮອບດ້ານ,ພ້ອມນີ້ທ່ານຍັງໄດ້ຕາງໜ້າໃຫ້ສະພາປະຊາຊົນແຫ່ງຊາດຈີນຍິນດີທີ່ຈະໃຫ້ການຮ່ວມມືກັບສະພາແຫ່ງຊາດລາວໃນການສ້າງບຸກຄະລາກອນ, ສົ່ງເສີມນັກທຸລະກິດຈີນມາລົງທຶນຢູ່ລາວ,ແລະອື່ນໆ.