ປະຊາຊົນ​ຍີ່ປຸ່ນ​ຈັດ​ງານ​​ໂຮມຊຸມນຸມ​ເພື່ອ"ຮຽກຮ້ອງ​ສິ້ນ​ສຸດ​ການ​ຫັນ​ເອົາ​ບັນຫາ​ດິນ​ແດນ​ໄປ​ໃນ​ທາງ​ທີ່​ບໍ່​ດີ"

(GMT+08:00) 2012-10-19 14:29:28     cri
ຕາມ​ຂ່າວCRI: ວັນ​ທີ 18 ຕຸລາ​ນີ້, ປະຊາຊົນ​ຍີ່ປຸ່ນ​ປະມານຮ້ອຍ​ຄົນ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ຢູ່​ໃກ້ລັດຖະສະພາ​ຍີ່ປຸ່ນ​ເພື່ອ"ຮຽກຮ້ອງ ສິ້ນ​ສຸດ​ການ​ຫັນ​ເອົາ​ບັນຫາ​ດິນ​ແດນ​ໄປ​ໃນ​ທາງ​ທີ່​ບໍ່​ດີ", ທັງຮຽກ​ຮ້ອງ​ໃຫ້​ລັດຖະບານ​ຍີ່​ປຸ່ນ​ປະຕິບັດ​ຕໍ່​ບັນຫາ​ປະຫວັດສາດຢ່າງ​ຖືກຕ້ອງ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ກັບປະ​ເທດ​ອ້ອມ​ຂ້າງ​ກ່ຽວ​ກັບ​ບັນຫາ​ດິນ​ແດນ​ຢ່າງ​ເໝາະ​ສົມ.

ວັນ​ທີ 28 ກັນຍາ​ແລ້ວ​ນີ້​, ປະຊາຊົນ​ຍີ່ປຸ່ນ​ໄດ້​ຮ່ວມ​ກັນ​ລົງ​ນາມ​​ໃນ​ຖະ​ແຫຼ​ງການ​ທີ່ຊື່ວ່າ"ສິ້ນ​ສຸດ​ການ​​ຫັນ​ເອົາ​ບັນຫາ​ດິນ​ແດນ​ໄປ​ໃນ​ທາງ​ທີ່​ບໍ່​ດີ", ມາ​ຮອດ​ວັນ​ທີ 17 ຕຸລາ​ນີ້, ​ໄດ້​ມີ​ປະຊາຊົນ​ຍີ່ປຸ່ນ​ປະມານ 2,000 ຄົນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ສະບັບ​ດັ່ງກ່າວ. ຕອນ​ຫົວ​ຄ່ຳວັນ​ທີ 18 ຕຸລາ​ນີ້, ປະຊາຊົນ​ຍີ່ປຸ່ນສ່ວນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ໂຮມ​ຊຸມນຸມ​ຢູ່​ໃກ້​ລັດຖະສະພາ​ຍີ່ປຸ່ນ. ທ່ານ​ອະ​ຊຸ​ຊິ ​ໂອກາ​ໂມ​ໂຕ, ອະດີດ​ຫົວໜ້າ​ຄະນະ​ບັນນາທິການ​ຂອງ​ວາລະສານ​"​ໂລກ", ຜູ້​ຮັບຜິດຊອບ​ຂອງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ກ່າວ​ວ່າ:
"ມີ​ຫຼາຍ​ຄົນ​​ເປັນ​ຫ່ວງ​ນຳ​ບັນຫາ​ດິນ​ແດນ, ​ແລະ​ມີ​ຄວາມ​ຫວັງ​ຢ່າງໜຶ່ງ​ຄື​ເຮັດ​ໃຫ້​ຄວາມ​ຄິດ​ທີ່​ຢາກ​ໃຫ້ຍີ່ປຸ່ນ​ກັບ​ຈີນ​ແລະ​ສ.​ເກົາຫຼີ​ຢູ່​ຮ່ວມ​ກັນ​​ໂດຍ​ສັນຕິ​ບັນລຸ​ຜົນ​ເປັນ​ຈິງນັ້ນ. ບໍ່​ພຽງ​ແຕ່​ແມ່ນ​ສະ​ແດງ​ຢູ່​ທາງ​ເວັບ​ໄຊ​ແລະ​ດ້ວຍ​ການ​ລົງ​ນາມ​ເທົ່າ​ນັ້ນ, ​ແຕ່ຍັງ​ຕ້ອງ​​ອອກ​ມາ​ຮຽກຮ້ອງດ້ວຍ​ຕົນ​ເອງ, ສະ​ນັ້ນພວກ​ເຮົາ​ຈຶ່ງມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ນີ້."

ສະມາຊິກ​ລັດຖະສະພາ​ຍີ່ປຸ່ນ​ຫຼາຍ​ຄົນ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແລະ​ໄດ້​ປະກອບ​ຄຳ​ເຫັນ. ທ່ານ​ເບນ ຮາ​ຊິ​​ໂມ​​ໂຕ, ສະມາຊິກ​ສະພາ​ຕ່ຳ​ຍີ່ປຸ່ນ, ສະມາຊິກ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ​ຊີ້​ອອກ​ວ່າ, ສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນຕົກ​ຢູ່​ສະພາບ​ການຊຸດ​ຮ້າຍ​ທີ່​ສຸດ​ນັ້ນ​ກໍ​ຍ້ອນລັດຖະບານ​​ໂນ​ດະ ​ໂຢຊິ​ຮິ​ໂຄ​ປະຕິບັດ​ມາດ​ຕະການ​ອັນ​ທີ່​ເອີ້ນ​ວ່າ"ຫັນ​​ເກາະ​ຕ້ຽວ​ອີ​ເປັນຂອງ​ລັດ".

"ຖ້າວ່າ​​ຫຼັກ​ໝັ້ນ​ຂອງ​ຍີ່ປຸ່ນກັບ​ຈີນ​ປີ້ນ​ກັນ, ຂ້າພະ​ເຈົ້າ​ກໍ່​ຈະ​ຮູ້ສຶກ​ຄຽດ​ແຄ້ນ​​ເຊັ່ນ​ກັນ. ຂ້າພະ​ເຈົ້າ​ເຫັນ​ວ່າ, ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ຄວນ​ພິຈາລະນາ​ດ້ວຍ​ຄວາມ​ລະອຽດ​ອ່ອນ​ແລະລະມັດລະວັງ​ກວ່າ​ເກົ່າ."

ທ່ານ​ຣີ​ໂອອິຊິ ຮາ​ໂຕຣິ, ສະມາຊິກສະພາ​ຕ່ຳ​ຂອງ​ຍີ່ປຸ່ນ, ສະມາຊິກ​ພັກ​ສັງຄົມ​ປະ​ຊາ​ທິປະ​ໄຕ​ຍີ່ປຸ່ນ​ກໍ່​ໄດ້​ສະ​ແດງ​ຄວາມ​ເຫັນທີ່​ຄື​ກັນ.

"ການ​ກະທຳ​ຂອງລັດຖະບານ​ໂຢຊິ​ຮິ​ໂຄ​ແມ່ນ​ຜິດພາດ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ນີ້​ໄດ້​ທຳລາຍ​ການ​ພົວພັນ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຍີ່ປຸ່ນກັບ​ຈີນ​ພາຍຫຼັງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິ."

ກ່ຽວ​ກັບ​​ສະພາບ​ຄວາມ​ຂັດ​ແຍ່ງຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ອະນາຄົດ​ຈະ​ປ່ຽນ​ແປງ​ແນວ​ໃດ, ທ່ານ​ຮາ​ໂຕຣິກ່າວ​ວ່າ:

"ຍັງ​ມີ​ປະຊາຊົນ​ຍີ່ປຸ່ນ​ທີ່​ມີ​ໃຈ​ອົດ​ທົດ​ອົດ​ກັ້ນ​ຫຼາຍ​ຄົນ​ຫວັງ​ຢາກ​ໃຫ້​ຂະ​ຫຍາ​ຍການ​ພົວພັນ​ທີ່​ດີ​ກັບ​ຈີນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ຖ້າ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​ເທື່ອ​ລະ​ກ້າວ​, ມັນຈະ​ມີ​ຜົນ​ດີທີ່​ສຸດ​ຕໍ່​ເລື່ອງ​ນີ້."

ນາງ​​ໂດ​ອິ, ປະຊາຊົນ​ທຳ​ມະດາ​ສາມັນ​ຜູ້​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້​ກ່າວ​ວ່າ, ຫວັງ​ວ່າ​ຈະແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ປະຈຸ​ບັນ​ໂດຍ​ຜ່ານ​ການ​ເຈລະຈາ.

"ການ​ພົວພັນ​ກັບປະ​ເທດ​​ໃກ້​ຄຽງ, ຕ້ອງ​ແກ້​ໄຂ​ດ້ວຍ​ການ​ເຈລະຈາ​ແລະ​ການ​ປຶກສາ​ຫາລື​ຢ່າງ​ມີ​ໄມຕີ​ຈິດ. ​ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ລ້ວນ​ແຕ່​ປະຕິບັດ​ໄປ​ຄື​ແນວ​ນີ້, ສະ​ນັ້ນຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ​ສາມາດ​ຍຶດໝັ້ນ​ຕໍ່​ໄປ​ໃນ​ອະນາຄົດ."

ກ່ຽວ​ກັບ​ແຜນການ​ຕາມ​ຫຼັງ​ຂອງ​ການ​ເຄື່ອນ​ໄຫວ, ທ່ານ​ໂອກາ​ໂມ​​ໂຕ​ກ່າວ​ວ່າ, ​ຈະ​ທົດ​ລອງ​ຈັດ​ກອງ​ປະຊຸມ​​ສຳ​ມະ​ນາ​​ແລະ​ອື່ນໆລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ແລະ​ສ.​ເກົາຫຼີ​ໂດຍ​ມີ​ຄົນ​ສຳຄັນ​ທີ່​ເປັນ​ຕົວ​ແທນ​ຈາກ​ປະຊາຊົນເຂົ້າ​ຮ່ວມ, ຫວັງ​ວ່າຈະ​ເປັນ​ການ​ເພີ່ມ​ບົດບາດ​ແລະ​ປະສິດທິ​ຜົນ​ຂອງ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນຕື່ມ​ອີກ.