ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວ​ເປີດ​ຮຽນຢ່າງ​ເປັນ​ທາງ​ການ

(GMT+08:00) 2012-10-19 13:34:38     cri
ມະຫາວິທະຍາ​ໄ​ລຊູ​ໂຈ່​ວລາວ​ຊຶ່ງ​ເປັນ​ໂຮງຮຽນ​ຊັ້ນ​ສູງ​ແຫ່ງ​ທຳ​ອິດ​ທີ່​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຕ່າງປະ​ເທດໄດ້​ຈັດ​ພິທີ​ເປີດການ​ຮຽນການ​ສອນ​ສຳລັບ​ນັກ​ສຶກສາ​ປະລິ​ຍາ​ຕີ​ຊຸດ​ທຳ​ອິດ​​ໃນ​ວັນ​ທີ18​ຕຸລາ​ນີ້​ທີ່​ນະຄອນຫຼວງ​ວຽງ​ຈັນ,ຊຶ່ງ​ໂຮງຮຽນ​ຊັ້ນ​ສູງ​ແຫ່ງ​ນີ້​ແມ່ນ​ມະຫາວິທະຍາ​ໄລ​ທຶນ​ຕ່າງປະ​ເທດ​ແຫ່​ງທຳ​ອິດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຈາກກະຊວງ​ສຶກສາ​ທິການ​ແລະ​ກິລາ​ຂອງລາວ.

ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວ​ແມ່ນ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວຈີນ​ເປັນຜູ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ,​ເລີ່​ມຮັບ​ສະໝັກ​ນັກ​ສຶກສາ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,​ໄດ້​ຮັບ​ສະໝັກ​ນັກ​ສຶກສາ​ປະລິ​ຍາ​ຕີ30​ຄົນ​ໃນ​2ວິຊາ​ຄື​ວິຊາບໍລິຫານ​ທຸລະກິດ​ແລະ​ການ​ຄ້າສາກົນ​ແລະວິຊາ​ການ​ເງິນ​ສາ​ກົນ.​ນອກ​ຈາກ​ໄດ້​ຮັບ​ເອົາ​ຄູ​ອາ​ຈານ​ຄົນ​ລາວ​ທີ່​ມີ​ລະ​ດັບ​ການ​ສຶກ​ສາ​ສູງ​ມາ​ສອນ​ຫຼັກສູດ​ບາງ​ວິຊາ​ເປັນ​ພາສາ​ລາວ​ແລ້ວ,ສ່ວນ​ຫຼັກສູດ​ອື່ນໆ​ຂອງ​ທາງ​ໂຮງ​ຮຽນ​ແມ່ນ​ໃຫ້​ຄູ​ສອນ​ຄົນ​ຈີນ​ເປັນ​ຜູ້​ສອນດ້ວຍ​ພາສາ​ຈີນ.

ເຂດ​ໃໝ່​ຂອງ​ມະຫາວິທະຍາ​ໄລ​ຊູ​​ໂຈ່​ວລາວຈະ​ສ້າງ​ສຳ​ເລັດ​ໃນ​ປີ2014,ພ້ອມ​ກັນ​ນັ້ນ,ທາງ​ໂຮງຮຽນ​ຍັງ​ຈະ​ຮ້ອງ​ຂໍ​ຈັດ​ວິຊາ​ໃໝ່​ຕາມສົກຮຽນ.ຄາດ​ວ່າພາຍ​ໃນ10​ຫາ20​ປີຂ້າງ​ໜ້າ,​ໂຮງຮຽນ​ແຫ່ງ​ນີ້​ຈະ​ຂະ​ຫາຍ​ຕົວ​ກາຍ​ເປັນ​ມະຫາວິທະຍາ​ໄລ​ສັງ​ລວມລະດັບ​ໜຶ່ງ​ທີ່​ນຳ​ໜ້າ​ຢູ່​ລາວ​ກໍ່​ຄື​ຢູ່​ອາຊີ​ອາຄະ​ເນ.