ຈີນຈະສະໜັບສະໜູນ​ການ​ພັດທະນາວຽກ​ງານ​ແມ່​ຍິງ​ໃນ​ພາກ​ພື້ນ​ອາ​ຊຽນຢ່າງ​ສຸດ​ຄວາມ​ສາມາດ

(GMT+08:00) 2012-10-19 16:23:42     cri

ກອງ​ປະຊຸມ​ຄະ​ນະ​ກໍາມະການ​ແມ່ຍິງ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຫຼື​ອາ​ຊຽນບວກ​3ຄັ້ງ​ທີ 4 ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ​18​ຕຸ​ລາ​ນີ້,​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ,​ຄະ​ນະ​ຜູ້​ແທນ​ແມ່​ຍິງ​ຂັ້ນ​ສູງ​ຂອງ​10​ປະ​ເທດ​ອາ​ຊຽນ​ແລະ​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ​"ການ ສົ່ງ​ເສີມ​ບົດບາດ​ຍິງ​-​ຊາຍ​ແລະການ​ຮ່ວມ​ມືຂອງ​ແມ່​ຍິງ​ອາ​ຊຽນ​ເພື່ອ​ສິ່ງ​ແວດ​ລ້ອມ​ທີ່​ຍືນ​ຍົງ ".​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ທ່ານນາງ​ໂໝ​ຫົງ ຜູ້ຕາງໜ້າ​ແມ່ຍິງ​ຈີນ,ຫົວໜ້າ​ຄະນະ​ພົວພັນ​ສາກົນ​ຂອງ​ສະຫະພັນ​ແມ່ຍິງ​ຈີນ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ແຫ່ງ​ຊາດ​ຈີນ​ຫຼືCRIປະຈຳ​ນະຄອນຫຼວງ​ວຽງ​ຈັນ​.

ຄຽງ​ຄູ່ກັບ​ການ​ພັດທະນາ​ຂອງ​ຂະ​ບວນການ​​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ອາ​ຊຽນມີ​ຖານະ​ບົດບາດ​ສູງ​ຂຶ້ນ​ໃນ​​ເວທີສາກົນ,ບົດບາດການ​ນຳພາ​ແລະ​ລະດັບ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ສາກົນ​ຂອງ​ແມ່ຍິງ​ອາ​ຊຽນກໍ່​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ.ທ່ານ​ນາງ​ໂໝ​ຫົງ​ກ່າວ​ວ່າ,​​ເປັນ​​ເວລາ​ດົນ​ນານ​ມາ​ແລ້ວທີ່ຈີນ​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ​ແມ່ຍິງ​ພາຍ​ໃຕ້​ຂອບ​ອາ​ຊຽນມາ​ໂດຍ​ຕະ​ຫຼອດ.​ນາງ​ກ່າວ​ວ່າ:

"ປີ2007,ຈີນ​ໄດ້​ສ້າງ​ຕັ້ງ​ສູນ​ຝຶກ​ອົບຮົມ​ແມ່ຍິງ​ຈີນ-ອາ​ຊຽນຢູ່​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ,ຫຼັງ​ຈາກ​ນັ້ນ​​ແຕ່ລະ​ປີ​ແມ່ນ​ໄດ້​ຕ້ອນຮັບ​ເອົາ​ພະນັກງານຫຼັກ​ແຫຼ່ງຂອງ​ແມ່ຍິງ​ຈາກ​ປະ​ເທດ​ອາ​ຊຽນມາ​ຝຶກ​ອົບຮົມ,ທັດສະນະ​ສຶກສາ​ເຮັດ​ວຽກ​ຫຼື​ການ​ຢ້ຽມຢາມ​ທາງ​ການ​ເມືອງ​ຢູ່​ຈີນ.​ແຕ່ລະ​ປີ,ຈີນ​ກໍ່​ໄດ້​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ແມ່ຍິງ​ຂັ້ນ​ສູງຂອງ​ຕົນ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາ​ຊຽນບວກ3​ເພື່ອ​ຮ່ວມ​ກັນ​ຄົ້ນຄວ້າ​ການ​ຮ່ວມ​ມື​ທາງ​ດ້ານ​ແມ່ຍິງ​ພາຍ​ໃຕ້​ຂອບ​ອາ​ຊຽນ."

ມາ​ຮອດ​ປີ2012​ນີ້, ກອງ​ປະຊຸມ​ຄະນະ​ກຳມະການ​ແມ່ຍິງ​ອາ​ຊຽນ,ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຫຼື​ອາ​ຊຽນບວກ3​ໄດ້​ຈັດ​ຂຶ້ນ​ຢ່າງມີ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ທີ4​ແລ້ວ.ປະຈຸ​ບັນ,ກອງ​ປະຊຸມ​ນີ້​ໄດ້​ກາຍ​ເປັນ​ກົນ​ໄກ​ການແລກປ່ຽນ​ລະຫວ່າງ​ແມ່ຍິງ​ຂອງ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີກັບ​ອາ​ຊຽນ.​ຜ່ານ​ການຈັດ​ກອງ​ປະຊຸມ​ຫຼາຍ​ຝ່າຍ​ເປັນ​ປະຈຳ​ເພື່ອ​ຮ່ວມ​ກັນ​ຊົມ​ໃຊ້​ຜົນສຳ​ເລັດ​ຂອງ​ວຽກ​ງານ​ແມ່ຍິງ,ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ເພື່ອ​ການ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​​ໃນ​ຕໍ່ໜ້າໃນ​ຂະ​ບວນການ​ທີ່​ຈະ​ຍົກ​ຖານະ​ບົດບາດ​ສັງຄົມ​ຂອງ​ແມ່ຍິງ​ໃຫ້​ສູງ​ຂຶ້ນ,ຊອກຫາ​ຊ່ອງ​ທາງ​ທີ່​ມີ​ຜົນ​ສັກສິດ​ໃນ​ການ​ຊຸກ​ຍູ້​ບົດບາດ​ຍິງ-ຊາຍ.ລາວ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາ​ບຈັດ​ກອງ​ປະຊຸມຄັ້ງ​ນີ້,​ໄດ້​ກະກຽມ​ຢ່າງ​ລະອຽດ​ຖິ່ຖ້ວນ​ແລະ​ຮອບດ້ານ​​ໃຫ້​ແກ່​ກອງ​ປະຊຸມ​ແລະ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະ​ເທດ​ຕ່າງໆ​ດ້ວຍ​ຄວາມ​ອົບ​ອຸ່ນ​ແລະມີ​ໄມຕີ​ຈິດ​ມິດຕະພາບ.ທ່ານນາງ​​ໂໝ​ຫົງຍັງກ່າວ​ວ່າ:

"ລາວ​ເປັນ​ປະ​ເທດ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ງາມ,ປະຊາຊົນ​ລາວ​ມີ​ຄວາມ​ໂອບ​ເອື້ອ​ອາລີ,ມີ​ການ​ດຳລົງ​ຊີວິດ​ທີ່​ລຽບ​ງ່າຍ,ສອງ​ປະ​ເທດ​ຈີນ​ລາວ​ມີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອມາ​ແຕ່​ດົນ​ນານ.​ໃນ​ຕໍ່ໜ້າ,ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຊຸກ​ຍູ້​ ​ແລກປ່ຽນ​ການຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ແມ່ຍິງ​ຂັ້ນ​ສູງ,ທຳ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕົວ​ຈິງ​ແກ່​ການພັ​ດທະ​ນາ​ວຽກ​ງານ​ແມ່ຍິງ​ຂອງ​ລາວ."