ກອງ​ປະ​ຊຸມ​ພາກ​ປະ​ຊາ​ຊົນ​ອາ​ຊີ-​ເອີ​ລົບ​ຄັ້ງ​ທີ​9​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຈົບງາມ

(GMT+08:00) 2012-10-19 14:52:52     cri

ຕາມ​ຂ່າວ CRI : ຕອນ​ເຊົ້າ​ວັນ​ທີ 19 ຕຸລາ​ນີ້​ທີ່​ຫໍ​ວັດທະນາ​ທຳ​ແຫ່ງ​ຊາດ, ໄດ້​ຈັດ​ພິ​ທີ​ປິດ​ກອງ​ປະ​ຊຸມ​ພາກ​ປະ​ຊາ​ຊົນ​ອາ​ຊີ​-​ເອີ​ລົບ​ຄັ້ງ​ທີ9​ຢ່າງ​ເປັນ​ທາງ​ການ, ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ອາ​ລຸນ​ແກ້ວ​ ກິດ​ຕິ​ຄຸນ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ມີ​ບັນດາ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ,​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລະ​ດັບ​ຊາດ,​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ,​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຈາກ​ສອງ​ພາກ​ພື້ນ​ອາ​ຊີ​ແລະ​ເອີ​ລົບ​ຫລາຍ​ກວ່າ​800​ຄົນ​ທີ່​ມາ​ຈາກ​45​ປະ​ເທດ​ເຂົ້າ​ຮ່ວມ.


ຜູ່ຕາງໜ້າມອບບົດສັງລວມຄຳຄິດ​ເຫັນ​ຂອງ​ຜູ່​ແທນ​ໃຫ້​ແກ່​ທ່ານ​ອາ​ລຸນ ແກ້ວ​ກິດ​ຕິ​ຄຸນ


ກອງ​ປະຊຸມ​ພາກ​ປະ​ຊາ​ຊົນ​ອາຊີ-​ເອີ​ລົບ ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ ຄື​ແຕ່​ວັນ​ທີ 16​-​19​ຕຸ​ລາ​ນີ້, ​ໂດຍ​ປຶກ​ສາ​ຫາ​ລື​4​ຫົວ​ຂໍ້​ໃຫຍ່​ຄື:​ການ​ເຂົ້າ​ເຖິງ​ການ​ປົກ​ປ້ອງ​ທາງ​ສັງ​ຄົມ​ແລະ​ການ​ບໍ​ລິ​ການ​ທີ່​ຈຳ​ເປັນ,​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ແລະ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ທີ່​ດິນ​ແບບ​ຍືນ​ຍົງ,​ການ​ຜະ​ລິດ​ແລະ​ການ​ນຳ​ໃຊ້​ພະ​ລັງ​ງານ​ແບບ​ຍືນ​ຍົງ,​ຄວາມ​ສະ​ເໝີ​ພາບ​ໃນ​ການ​ມີ​ວຽກ​ເຮັດ​ງານ​ທຳ​ແລະ​ວິ​ຖີ​ຊີ​ວິດ​ແບບ​ຍືນ​ຍົງ,​ນອກ​ນັ້ນ​ກໍ​ໄດ້​ມີ​ການ​ປຶກ​ສາ​ຫາ​ຫ​ລື​ເປັນ​ກຸ່ມ​ຍ່ອຍ​ໃນ​ຈຳ​ນວນ​36​ຫົວ​ຂໍ້​ຍ່ອຍ​ທີ່​ແຕກ​ຕ່າງ​ກັນ.

ພ້ອມ​ກັນ​ນີ້, ​ໃນ​ພິ​ທີ​ປິດ​ກອງ​ປະ​ຊຸມ,​ທ່ານ​ສົມ​ບັດ ສົມ​ພອນ,​ຜູ້​ຕາງ​ໜັາ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ສາ​ກົນ​ໄດ້​ມອບ​ບົດ​ສັງ​ລວມ​ຄຳ​ຄິດ​ເຫັນ​ຂອງ​ຜູ້​ແທນ​ກອງ​ປະ​ຊຸມ​ໃຫ້​ແກ່​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ​ໃນ​ນາມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ເພື່ອ​ນຳ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ 9​ທີ່​ລາວ​ເປັນ​ເຈົ້າ​ພາບ​ໃນ​ເດືອນ​ພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້.