ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຕ້ອນຮັບ​ຄະນະ​ຜູ້​ແທນ​ລັດ​ຖະ​ມົນ​ຕີ​ຍິງ​ອາ​ຊຽນ​ +3

(GMT+08:00) 2012-10-19 16:26:07     cri

ຕອນ​ບ່າຍ ​ຂອງ​ວັນ​ທີ 19 ຕຸລາ​ນີ້, ທີ່​ສະພາ​ແຫ່ງ​ຊາດ​ນະ​ຄອນ​ຫຼວງວຽງຈັນ, ທ່ານ ນາງ ປາ​ນີ ຢ່າ​ທໍ່​ຕູ້​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ ບັນ​ດາ​ຄະ​ນະ​ຜູ້​ແທນ​ແມ່​ຍິງ​ອາ​ຊຽນ ຈຳ​ນວນ​16​ທ່ານ,​ໂດຍ​ການ​ນຳ​ພາ​ຂອງ ທ່ານ ນາງ​ ສີ​ໃສ ລື​ເດດ​ມູນ​ສອນ​ກຳ​ມະ​ການ​ສູນ​ການ​ພັກ,​ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ແມ່ຍິງ​ລາວ.

ໃນການຕ້ອນຮັບ ທ່ານໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ,​ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຍິງ​ອາ​ຊຽນ,​ທີ່​ໄດ້​ປຶກ​ສ​າຫາ​ລື​ກ່ຽວ​ກັບ​ບັນ​ຫາ​ການ​ສົ່ງ​ເສີມ​ບົດ ບາດ​ຍິງ​-​ຊາຍ ແລະ​ການ​ເປັນ​ຄູ່​ຮ່ວມ​ຂອງ​ແມ່​ຍິງ​ອາ​ຊຽນ​ເພື່ອ​ສິ່ງ​ແວດ​ລ້ອມ​ແບບ​ຢືນ​ຍົງ.​ພ້ອມ​ນີ້,​ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ແມ່​ຍິງ​ອາ​ຊຽນ​ອີກ​ດ້ວຍ.