ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນຮັບຜິດ​ຊອງ​ວຽກ​ງານ​ແມ່ຍິງ​ຄັ້ງ​ທີ​ໜຶ່ງ​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ

(GMT+08:00) 2012-10-20 14:47:17     cri
ຕາມ​ຂ່າວ​CRI: ຕອນ​ບ່າຍ​ວັນ​ທີ19ຕຸລາ​ນີ້​, ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນຮັບຜິດ​ຊອງ​ວຽກ​ງານ​ແມ່ຍິງ​ຄັ້ງ​ທີໜຶ່ງ ຫຼື AMMW ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງຈັນ ​ໄດ້​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ, ຄະນະ​ຜູ້​ແທນ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນທີ່​ຮ່ວມ​ປະຊຸມ ​ໄດ້​ແລ​ກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ ກ່ຽວກັບ​ບົດຮຽນ​ແລະ​ສິ່ງ​ທ້າ​ທາຍ​ຂອງວຽກ​ງານ​ແມ່ຍິງ, ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ແມ່ຍິງ​ອາ​ຊຽນຄັ້ງ​ທີ11, ​ແລະ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ແມ່ຍິງ​ອາຊຽນກັບ​ຈີນ ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ. ຫຼັງ​ກອງ​ປະຊຸມ, ​ໄດ້​ປະກາດ​ ຖະ​ແຫຼ​ງການ​ວຽງຈັນ​ ກ່ຽວກັບ"ການ​ສົ່ງ​ເສີມ​ບົດບາດ​ຍິງ-​ຊາຍ ​ແລະ​ການ​ເປັນ​ຄູ່​ຮ່ວມ​ມື​ຂອງ​ແມ່ຍິງ​ອາ​ຊຽນ​ເພື່ອ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ" .

​ຖະ​ແຫຼ​ງການ​ຂຽນວ່າ, ບົນ​ພື້ນຖານ​​ຜົນງານ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ປະ​ເທດ​ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ແລະ​ການ​ຕິດ​ຕໍ່​ພົວພັນ​ຕື່ມ​ອີກ, ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນ, ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ພະຍາຍາມ​​ຍົກສູງ​ຄວາມ​ສາມາ​ດ​ແລະ​ບົດບາດ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ສັງຄົມ​ຢູ່​ພາກ​ພື້ນ​ນີ້, ສົ່ງ​ເສີມ​ແມ່ຍິງ​ອາ​ຊຽນປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສິ່ງ​ແວດ​ລ້ອມ.
​​ຖະ​ແຫຼ​ງການ​ຍັງ​ຂຽນວ່າ, ຄະນະ​ກຳມາ​ທິການ​ແມ່ຍິງ​ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ຕ່າງໆ​ພາຍ​ໃນ​ອາ​ຊຽນ, ​ບົນ​ພື້ນຖານທີ່​​ເຄົາລົບ​ກົດໝາຍ​ແລະ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ​ພະຍາຍາມ​ຫຼາຍສຸດ​ຂີດ​ເພື່ອ​ຊຸກ​ຍູ້​ການຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼ​ງການ​ສະບັບ​ນີ້​ໃຫ້​ໄດ້ຮັບຜົນ​ສຳ​ເລັດ​​.

ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບຮອງ​ເປັນ​ເອກະສັນ​ກັນ​ວ່າ, ກອງ​ປະ​ຊຸມ​ລັດຖະມົນຕີ​ອາ​ຊຽນຮັບຜິດຊອບ​ວຽກ​ງານ​ແມ່ຍິງ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ຟິລິບ​ປິນ​ໃນ​ປີ 2015.