ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ຟີ​ລິບ​ປິນ​ເປັນ​ສັນ​ຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ຫຼື​ບໍ່?

(GMT+08:00) 2012-10-22 16:34:40     cri
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ,ທ່ານ​ນາງ​ຟູ​ອິງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມຟີ​ລິບ​ປິນ​​ແຕ່​ວັນ​ທີ18​ຫາ​ວັນ​ທີ20​ຕຸລາ​ນີ້​ເພື່ອ​ແລ​ກປ່ຽນ​ຄວາມ​ເຫັນ​ກັບ​ຟີ​ລິບ​ປິນກ່ຽວ​ກັບ​ການ​ພົວພັນ​ສອງ​ປະ​ເທດ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ. ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ຈີນ​ໄປ​ຢ້ຽມຢາມ​ຟີ​ລິບ​ປິນພາຍຫຼັງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕົກ​ຢູ່​ໃນ​ສະພາບ​ແຂງ​ກະ​ດ້າງ​ຍ້ອນ​ຄວາມ​ຂັດ​ແຍ່ງ​ຢູ່​ເກາະ​ຫວງ​ຢຽນ​ໃນ​ເດືອນ​ເມສາ​ປີ​ນີ້.

ພາຍຫຼັງພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ແລະ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ19​ຕຸລາ​ນີ້​ແລ້ວ,ທ່ານ​ນາງ​ຟູ​ອີງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ:ສອງ​ຝ່າຍ​ເຫັນ​ພ້ອມ​ກັນວ່າ,ຈີນ​ແລະ​ຟີ​ລິບ​ປິນ​ເປັນ​ປະ​ເທດ​ໃກ້​ຄຽງທີ່​ມີ​ຄວາມ​ສຳຄັນ​ຕໍ່ກັນ,ການ​​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ມີ​ມູນ​ເຊື້ອ​ອັນ​ຍາວ​ນານ,ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ແລະ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ​ສອງ​ປະ​ເທດ​ແລະ​ນີ້​ກໍ່​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ທັງ​ສອງ​ປະ​ເທດ.ສອງ​ຝ່າຍ​ເຫັນ​ດີ​ຈະ​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຊຶ່ງຜູ້ນຳ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ຮ່ວມ​ກັນ,​ຕັ້ງ​ໜ້າ​ດຳ​ເນີນ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ລະດັບ​ຕ່າງໆ,ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ,​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ການ​ປະຕິບັດ​ກົດໝາຍ​ແລະ​ວັດ​ທະ​ນະ​ທຳ​ເຫຼົ່າ​ນີ້​ເປັນ​ຕົ້ນ,​ປະ​ຕິ​ບັດ​ໂຄງ​ການ​ແລກ​ປ່ຽນ​ພາຍ​ໃຕ້​ຂອບ​ປີ​ມິດ​ຕະ​ພາບ​ແລະ​ການ​​ແລກປ່ຽນ​ຈີນ​ຟີ​ລິບ​ປິນປີ2012​ຫາ​ປີ2013​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ,ຮ່ວມ​ກັນ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ກ້າວ​ໄປ​ໜ້າ​ຢ່ງປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ເມື່ອ​ສະ​ຫຼຸບ​​ແລ້ວການ​ຢ້ຽມຢາມຂອງ​ທ່ານ​ນາງ​ຟູ​ອີງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນ​ເທື່ອ​ນີ້​ເຫັນ​ວ່າ​ມີ​ຂໍ້ສຳຄັນ3​ຂໍ້​ຄື​ ​ໜຶ່ງ,ການ​ຢ້ຽມຢາມ​ຟີ​ລິບ​ປິນຂອງ​ທ່ານ​ນາງ​ຟູ​ອີງ​ໃນ​ຄັ້ງ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ຈີນ​ໄປ​ຢ້ຽມຢາມ​ຟີ​ລິບ​ປິນພາຍຫຼັງ​ການ​ພົວພັນ​ລະ​ຫວ່າງ​ສອງປະ​ເທດ​ຕົກ​ຢູ່​ໃນ​ສະພາບ​ແຂງ​ກະດ້າງ​ຍ້ອນ​ຄວາມ​ຂັດ​ແຍ່ງ​ຢູ່​ເກາະ​ຫວງ​ຢຽນ.​ສອງ,​ເບິ່ງ​ຈາກ​ສະ​ພາບ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ນາງ​ຟູ​ອີງ​ກັບ​​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ແລ້ວ,​ແມ່ນ​ດຳ​ເນີນ​ໄປ​ໃນ​ທ່າມກາງ​ບັ​ນຍາ​ກາດ​ມີ​ໄມຕີ​ຈິດ​ມິດຕະພາບ,ບັນຫາ​ແລະ​ເນື້ອ​ໃນ​ການ​ເຈລະຈາທີ່​ສອງ​ຝ່າຍ​ປຶກສາ​ຫາລື​ກັນ​ນັ້ນ​ໄດ້​ກ່ຽວ​ພັນ​ເຖິງ​ການ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ.​ພ້ອມ​ກັນ​ນັ້ນ,ສອງ​ປະ​ເທດ​ກໍ່​ລ້ວນ​ແຕ່​ເຫັນ​ວ່າ​ຄວນ​ຮັກສາ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ,​ແກ້​​ໄຂ​ຄວາ​ມຂັດ​ແຍ່ງ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ​ແລະອັນ​ທີ​ສາມ​ແມ່ນ​ລັດຖະບານ​ຟີ​ລິບ​ປິນກ່າວ​ໃນ​ວັນ​ທີ19​ຕຸລາ​ນີ້​ວ່າ,​ໃນ​ມໍ່ໆນີ້ຈະຊ່ວຍ​ເຫຼືອ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ແຂ​ວງຢຸນານ​​ແລະ​ແຂວງ​ກຸ້ຍ​ໂຈ່​ວຂອງ​ຈີນ​ໃນ​ໃນ​ຈຳນວນ​ເງິນ2​ແສນ​ໂດ​ລາ.