ຮອງ​ນາຍົກລັດຖະມົນຕີຍີ່ປຸ່ນ​ຍອມຮັບ​ຕໍ່ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຢູ່​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-22 19:46:48     cri
ໃນ​ເວລາ​ໃຫ້​ຄຳ​ຕອບ​ຮັບ​ຕໍ່​ຖ້ອຍ​ຄວາມ​ຂອງ​ທ່ານ​ຄັດ​ຊຸ​ຢາ ​ໂອ​ຄາ​ດາ ຮອງ​ນາຍົກລັດຖະມົນຕີຍີ່ປຸ່ນທີ່​ກ່າວ​ວ່າ​ມີ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຢູ່​ເກາະ​ຕ້ຽວ​ອີ​ນັ້ນ,ທ່ານ​ຫົງ​ເຫຼີ​ຍ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​​ໃນ​ວັນ​ທີ​22​ຕຸ​ລາ​ນີ້​ຢູ່​ທີ່​ປັກ​ກິ່ງ​ວ່າ:​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,​ຈີນ​ມີ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ດອນ​ເຫຼົ່າ​ນີ້​ໂດຍ​ທີ່​ບໍ່​ສາມາດ​ໂຕ້​ຖຽງ​ໄດ້.ຈີນ​ມີ​ຈຸດ​ຢືນ​ມາ​ໂດຍ​ຕະ​ຫຼອດ​ໃຫ້​ສອງ​ຝ່າຍ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂ​​ແລະ​ຄວບຄຸມຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ຢ່າງ​ເໝາະ​ສົມ.

ວັນ​ທີ21​ຕຸ​ລາ​ນີ້,​ທ່ານ​ຄັດ​ຊຸ​ຢາ ​ໂອ​ຄາ​ດາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ວ່າ:​ບໍ່​ມີ​ບັນຫາ​ກ່ຽວ​ກັບ​ດິນ​ແດນ​ຢູ່​ເກາະ​ຕ້ຽວ​ອີ,​ແຕ່​ມີ​ຄວາມ​ຂັດ​ແຍ່ງ​ກັນ,​ນີ້​ແມ່ນ​ເປັນ​ຄວາມ​ຈິງ​ແທ້.