ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ-​ຈີນ ຈະ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ

(GMT+08:00) 2012-10-23 18:03:03     cri
ວັນ​ທີ 18 ຕຸລາ​ນີ້ ທີ່​ນະຄອນຫຼວງວຽງຈັນ, ​ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ,​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ທາງ​ລົດ​ໄຟ​ລາວ​-​ຈີນ ​ໄດ້​ອະ​ທິ​ບາຍ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ​-​ຈີນ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອງ​ສະພາ​ແຫ່ງ​ຊາດ​ວ່າ: ​ເສັ້ນ​ທາງ​ລົດ​ໄຟ​​ແຕ່​ດ່ານ​ບໍ່​ເຕັນ​ຫຼວງ​ນ້ຳ​ທາ ຫາ​ນະ​ຄອນ​ຫຼວງ​ວຽງ​ຈັນ​ມີ​ຄວາມ​ຍາວ​417​ກິ​ໂລ​ແມັດ,​ຄວາມ​ກວ້າງ​ຂອງ​ລາງ​ເກືອບ​1​ແມັດ​ເຄິ່ງ,​ມີ​ອຸ​ໂມງ 76 ​ແຫ່ງ, ຂົວ​ 154 ​ແຫ່ງ ​ແລະ ມີ​ສະ​ຖາ​ນີ​ລົດ​ໄຟ​31​ແຫ່ງ.​ສ່ວນ​ຜົນ​ກະ​ທົບ​ທາງ​ສິ່ງ​ແວດ​ລ້ອມ​ຂອງ​ໂຄງ​ການ​ນີ້​ແມ່ນ​ໜ່ອຍ​ທີ່​ສຸດ.

ໂຄງການ​ດັ່ງກ່າວ​ນີ້ ມີ​ມູນ​ຄ່າ​ປະມານ 7 ຕື້​ໂດ​ລາ​ສະຫະ​ລັດ ​ໂດຍ​ຈະ​ໄດ້​ຮັບ​ການກູ້​ຍືມຈາກ​ທະນາ​ຄານ​ເອັກ​ຊິມ​ແບ໋ງ ຂອງ​ຈີນ ​ເປັນ​ໄລຍະ​ເວລາ 30 ປີ​ແລະ ຄາດ​ວ່າ ປີ​ທີ​6​ແມ່ນ​ຈະ​ເລີ່​ມ​ໃຊ້​ແທນ​ຄືນ​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ ງວດ​ທຳ​ອິດ​​ປະ​ມານ 1ຕື້18 ລ້ານໂດ​ລາ​ສະ​ຫະ​ລັດ​ແລະ ປີ​ທີ​25​ຂອງ​ການ​ບໍ​ລິ​ການ​ລົດ​ໄຟ ​ເຊິ່ງ​ເປັນ​ປີ​ທີ່​ໃຊ້​ແທນ​ຄືນ​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ​ງວດ​ສຸດ​ທ້າຍ​ປະ​ມານ​332​ລ້ານ 9​ແສນ ​ໂດ​ລາ​ສະ​ຫະ​ລັດ​ແລະ​ຍອດ​ເງິນ​ລາຍ​ຮັບ​ສະ​ສົມ​ສຸດ​ທິ​ໃນ​ປີ​ທີ​50​ຂອງ​ການ​ບໍ​ລິ​ການ​ລົດ​ໄຟ​ ຈະ​ມີ​ປະ​ມານ​16​ຕື້​39​ລ້ານ​ໂດ​ລາ​ສະ​ຫະ​ລັດ.​ນອກ​ຈາກ​ນີ້​ຍັງ​ມີ​ລາຍ​ຮັບ​ຈາກ​ບັນ​ດາ​ກິດ​ຈະ​ການ​ປິ່ນ​ອ້ອມ​ໂຄງ​ການ​ລົດ​ໄຟ​ກວມ​ເຖິງ​50%​ຂອງ​ລາຍ​ຮັບ​ທັງ​ໝົດ​ເຊິ່ງ​ກໍ່​ແນ່​ນອນ​ວ່າ​ ເງິນ​ທີ່​ໄດ້​ຈາກ​ການ​ບໍ​ລິ​ການ​ໃນ​ໂຄງ​ການ​ດັ່ງ​ກ່າວ​ນີ້,​ພັກ ​ແລະ ລັດ​ຖະ​ບານ​ກໍ່​ຈະ​ໄດ້​ນຳ​ມາ​ພັດ​ທະ​ນາ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຮົາ​ມີ​ຄວາມ​ຮຸ່ງ​ເຮືອງ​ສີ​ວິ​ໄລ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.