ທ່ານຫຼີ​ເຄີ້ຊຽງ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ອະ​ດີດ​ນັກ​ການ​ເມືອງ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ, ກ່າວ​ເນັ້ນ​ວ່າ ຄວນ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ຫຼັງສົງຄາມ​ໂລກ​ຄັ້ງ​ທີ​ສອງ

(GMT+08:00) 2012-10-23 18:09:06     cri
ຕາມ​ຂ່າວCRI:ວັນ​ທີ23​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວ​ລາ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ຄະ​ນະ​ຜູ່​ແທນ​ອະ​ດີດ​ນັກ​ການ​ເມືອງ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ຫຼີ​ເຄີ້​ຊຽງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ແດງ​ຫຼັກ​ໝັ້ນ​ອັນ​ເດັດ​ດ່ຽວ​ຂອງ​ຈີນ​ໃນ​ບັນ​ຫາ​ເກາະ​ຕ້ຽວ​ຢູ,​ແລະ​ກ່າວ​ເນັ້ນ​ວ່າ,​ປະ​ຊາ​ຄົມ​ໂລກ​ຄວນ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ການ​ໄດ້​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ແລະ​ລະ​ບຽບ​ການ​ສາ​ກົນ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.