ທ່ານ​ດຣ.ທອງ​ລຸນ ສີ​ສຸດ​ລິດ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​9​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ລາວ

(GMT+08:00) 2012-10-24 14:30:35     cri
ວັນ​ທີ23ຕຸລາ​ນີ້,​​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ,​ທ່ານ​ດຣ.ທອງ​ລຸນ ສີ​ສຸ​ລິດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​9​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ສປປ​ລາວ.

ທ່ານ​ດຣ.ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມມີ​ຄຳ​ຂວັນ​ວ່າ"ເພື່ອນ​ມິດ​ເພື່ອ​ສັນ​ຕິ​ພາບ,​ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ",​ໃນ​ກອງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົາ​"ບົດ​ຖະ​ແຫຼ​ງຂອງ​ປະ​ທານ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​​ທີ​9"​ແລະ​"ຖະ​ແຫຼ​ງການ​ວຽງ​ຈັນ​ວ່າ​ດ້ວຍ​ການ​ຮັດ​ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ".

ທ່ານ​ດຣ.ທອງ​ລຸນ ສີ​ສຸດ​ລິດ​ກ່າວ​ຕໍ່​ໄປວ່າ,​ການ​ເປັນ​ເຈົ້າພາບ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ​9​ເປັນ​ເຫດ​ການ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ແລະ​ສຳ​ຄັນ​ອັນ​ໜຶ່ງ, ​ເປັນ​ໂອ​ກາດ​ອັນ​ດີ​ສຳ​ລັບ​ສປປ​ລາວ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ຕົນ​ຂຶ້ນ​ອີກ​ລະ​ດັບ​ໜຶ່ງ​ໃນ​ເວທີ​ພາກ​ພື້ນ​ແລະ​ສາກົນ,​ເປັນ​ໂອ​ກາດ​ໃຫ້​ສະ​ມາ​ຊິກ​ອາ​ເຊັມ​ຮູ້​ແນວ​ທາງ​ນະ​ໂຍ​ບາຍ​ເປີດ​ກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ຂອງ​ສປປລາວ​ໃນ​ພາກ​ພື້ນ​ແລະ​ສາ​ກົນ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາ​ຊີ​ແລະ​ເອີ​ຣົບ​ແລະ​ໃນ​ໂລກ,​ສ້າງ​ເງື່ອນ​ໄຂ​ອັນ​ດີ​ໃຫ້​ແກ່​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສປປ​ລາວ;​ຈະ​ສາ​ມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ແລະ​ເອີ​ຣົບ,​​ເພື່ອ​ສົ່ງ​ເສີມ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ສປປລາວ​ແລະ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ,​ ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທຶນ​ຮອນ,​ວິ​ຊາ​ການ, ​ເຕັກ​ໂນ​ໂລ​ຊີ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ຕ່າງໆ​ເພື່ອ​ນຳ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສປປ​ລາວ;​ ຈະ​ເປັນ​ໂອ​ກາດ​ອັນ​ດີ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ແລະ​ຮີດ​ຄອງ​ປະ​ເພນີ​ອັນ​ດີ​ງາມ​ແລະ​ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ຊາດ​ລາວ​ອອກ​ສູ່​ສາຍ​ຕາ​ປະ​ຊາ​ຊົນ​ທັງ​ສອງ​ພາກ​ພື້ນ,​ເພື່ອ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ລາວ.

ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ,​ວຽກ​ງານ​ກະກຽມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ9​ໄດ້ມີ​ຄວາມ​ພ້ອມ​ແລ້ວ,​ຕົວ​ຢ່າງ​ຄື: ​ຫໍ​ປະ​ຊຸມ, ​ເຮືອນ​ພັກ​ປະ​ມຸກ​ລັດ,​ພິ​ທີ​ການ,​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ,​ການ​ບໍ​ລິ​ການ​ສື່​ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງ ປະ​ເທດ,​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ,​ແລະ​ການ​ບໍ​ລິ​ການ​ປິ່ນ​ປົວ​ເຫຼົ່າ​ນີ້​ເປັນ​ຕົ້ນ, ​ແລະກໍ່​ຫວັງ​ວ່າ,​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລາວ, ​ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ​ວຽງ​ຈັນ​ຈະ​ສະ​ແດງ​ນ້ຳ​ໃຈ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ລາວ,​ເພື່ອ​ສະ​ໜັບ​ສະ​ໜູນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.