ຜູ້​ນຳ 50 ປະ​ເທດ​ສະ​ມາ​ຊິກ​ຕອບ​ຮັບ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ​9

(GMT+08:00) 2012-10-24 14:43:42     cri
ວັນ​ທີ 23 ຕຸ​ລາ​ນີ້, ທີ່​ກະຊວງ​ການ​ຕ່າງປະເທດ​ລາວ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ວ່າ:​ມາ​ຮອດ​ປະ​ຈຸ​ບັນ ມີ​ຜູ້​ນຳ​ຈາກ​50​ປະ​ເທດ​ສະ​ມາ​ຊິກ​ອາ​ເຊັມ​ໄດ້​ຕອບ​ຢືນ​ຢັນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ອາ​ເຊັມ ຄັ້ງ​ທີ 9, ໃນ​ນັ້ນ ມີ​ລະດັບ​ປະ​ມຸກ​ລັດ​14​ທ່ານ,​ຫົວ​ຫນ້າ​ລັດ​ຖະ​ບານ​21​ທ່ານ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​2​ທ່ານ,​ລັດ​ຖະ​ມົນ​ຕີ​ວ່າ​ການ​12​ທ່ານ ແລະ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ ການ 1 ທ່ານ.​ພ້ອມ​ນັ້ນ​ຍັງ​ມີ​4​ປະ​ເທດ​ທີ່​ສະ​ເຫນີ​ຢ້ຽມ​ຢາມ​ເປັນ​ທາງ​ການ​ສອງ​ຝ່າຍ ແລະ​13​ປະ​ເທດ​ຂໍ​ພົບ​ປະ​ສອງ​ຝ່າຍ.ປັດ​ຈຸ​ບັນ​ສະ​ມາ​ຊິກ​ອາ​ເຊັມ​ມີ​ທັງ​ຫມົດ​51​ສະ​ມາ​ຊິກ​ໃນ​ນັ້ນ​ມີ​49​ປະ​ເທດ​ຈາກ​ອາ​ຊີ ແລະ ເອີ​ຣົບ,​ກອງ​ເລຂາ​ອາ​ຊຽນ ແລະ​ສະ​ຫະ​ພາບ​ເອີ​ຣົບ,​ພ້ອມ​ທັງ​ປະ ​ເທດ​ທີ່​ຈະ​ຖືກ​ຮັບ​ເອົາ​ເປັນ​ສະ​ມາ​ຊິກ​ໃໝ່ ຄື:​ບັງ​ກລາ​ເທດ,​ສະ​ວິດ​ເຊີ​ແລນ​ແລະ​ນອກ​ແວ.