ລາວ​ເປັນ​ອັນ​ດັບ 1 ໃນ 10 ປະ​ເທດ​ທີ່​ນຳ​ໜ້າ​ດ້ານ​ການ​ພັດ​ທະ​ນາ​ຂອງ​ໂລກ

(GMT+08:00) 2012-10-24 16:07:14     cri
ວັນ​ທີ 23 ຕຸ​ລາ​ນີ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ລາວ​ໄດ້​ເປີດ​ເຜີຍ​ວ່າ: ລາວ​ເປັນ​ອັນ​ດັບ 1 ໃນ 10 ປະ​ເທດ​ທີ່​ນຳ​ໜ້າ​ດ້ານ​ການ​ພັດ​ທະ​ນາ​ໃນ​ທົ່ວ​ໂລກ ໄລ​ຍະ​ຊຸມ​ປີ 1970-2010 ແລະ ມີ​ຄວາມ​ກ້າວ​ໜ້າ​ແບບ​ກ້າວ​ກະ​ໂດດ​ຂອງ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ ແລະ ສັງ​ຄົມ.

ອົງ​ກາ​ນ​ສະ​ຫະ​ປະ​ຊ​າ​ຊາດ​ ​ຍັງ​ໄດ້​ໃຫ້​ຮູ້​ຕື່ມ​ອີກວ່າ: ໂດຍ​ເຫັນ​ໄດ້​ຄວາມ​ກ້າວ​ໜ້າ​ທີ່​ໃນ​ດ້ານ​ຕ່າງໆ​ທີ່​ພົ້ນ​ເດັ່ນ​ທີ່​ປະ​ເທດ​ລາວ​ ຍາດ​ມາ​ໄດ້​ໃນ​ທົດ​ສະ​ວັດ​ຜ່ານ​ມາ ນັບ​ແຕ່​ປີ 2001-2011​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ປະ​ເທດ​ລາວ​ເພີ່ມ​ຂຶ້ນ​ເປັນ​2​ເທົ່າ​ຕົວ​ການ​ເຕີບ​ໃຫ່ຍ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ປະ​ຈຳ​ປີ​ສະ​ເລ່ຍ​ແລ້ວ​ຢູ່​ໃນ​ລະ​ດັບ​ຫຼາຍ​ກວ່າ​7%​ໃນ​ໄລ​ຍະ​ເວ​ລາ​ດຽວ​ກັນ. ​ປະ​ເທດ​ລາວ​ຍັງ​ສາ​ມາດ​ບັນ​ລຸ​ຄາດ​ໝາຍ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ເພື່ອ​ການ​ພັດ​ທະ​ນາ​ເຊັ່ນ:​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ໄດ້​ພາຍ​ໃນ​ປີ 2015 ເຊິ່ງ​ຜົນ​ສຳ​ເລັດ​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ ອັດ​ຕາ​ຄວາມ​ທຸກ​ຍາກ​ພາຍ​ໃນ​ປະ​ເທດ​ໃດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.​ນອກ​ຈາກ​ນີ້ ການ​ຕ້ານ​ພະ​ຍາດ​ວັນ​ນະ​ໂລກ ແລະ​ພະ​ຍາດ​ໄຂ້​ຍຸງ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ.​ພ້ອມ​ດຽວ​ກັນ​ນັ້ນ,​ສະ​ພາບ​ການ​ຄຸ້ມ​ຄອງ​ນ້ຳ​ສະ​ອາດ ແລະ ສຸ​ຂະ​ພິ​ບານ​ໃນ​ເຂດ​ຕົວ​ເມືອງ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້​ດີ​ຂຶ້ນ,​ຊ່ອງ​ຫວ່າງ​ຂອງ​ບົດ​ບາດ​ຍິງ​ຊາຍ​ຕໍ​ລະ​ດັບ​ການ​ສຶກ​ສາ​ຂັ້ນ​ປະ​ຖົມ​ຫຼຸດ​ລົງ​ເທື່ອ​ລະ​ກ້າວ ເຊຶ່ງ​ສະ​ແດງ​ອອກ​ຢູ່​ໃນ​ຕົວ​ເລກ​ອັດ​ຕາ​ການ​ເຂົ້າ​ໂຮງ​ຮຽນ​ຂອງ​ບັນ​ດາ​ນັກ​ຮຽນ​ຍິງ​ໄດ້​ເພີ່ມ​ຂຶ້ນ.