ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ​ລາວ​ຈະ​ນຳ​ໃຊ້​ໂອ​ກາດ​ທີ່​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເພື່ອ​ເລັ່ງ​ລັດ​ປັບ​ປຸງ​ລະ​ດັບ​ອຸດ​ສາ​ຫະ​ກຳ​ໃຫ້​ສູງ​ຂຶ້ນ

(GMT+08:00) 2012-10-25 13:36:20     cri
ລາວ​ຈະ​ເຂົ້າ​ເປັນສະມາຊິກຂອງອົງການ​ການ​ຄ້າ​​ໂລກ​ຫຼືTWOຢ່າງ​ເປັນ​ທາງ​ການ​ໂດຍ​ກາຍ​ເປັນ​ສະມາຊິກ​ທີ158​ຂອງ​ອົງການ​ການ​ຄ້າ​ໂລກ​ໃນ​ວັນ​ທີ26​ຕຸລາ​ປີ2012ນີ້.​ປະ​ຈຸ​ບັນ,​ຂະ​ແໜງອຸດ​ສາ​ຫະ​ກຳ​ຕ່າງໆ​ຂອງ​ລາວ​ກຳ​ລັງ​ຕັ້ງ​ໜ້າ​ກະກຽມ,ກຳ​ໂອກາດ​ທີ່​ປະ​ເທດ​ລາວ​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຕົນ​ເອງ.​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,​ທ່ານ​ອ່ອນ​​​​ສີ ບຸດ​​ສີວົງ​​​​ສັກ ຫົວ​ໜ້າ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ​ລາວ​ກ່າວ​ວ່າ:​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ​ລາວ​ຈະ​ນຳ​ໃຊ້​ໂອ​ກາດ​ທີ່​ລາວ​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເພື່​ອ​ເລັ່ງ​ລັດ​ການ​ປັບ​ປຸງ​ລະ​ດັບ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ໃຫ້​ສູງ​ຂຶ້ນ.​ທ່ານ​ກ່າວ​ວ່າ:

"ສິນຄ້າ​ພວກ​ເຮົາສ່ວນ​ຫຼາຍ​ຜະລິດ​ກາຍ98%​ແມ່ນ​ສົ່ງ​ອອກ​ໄປ​ຕະ​ຫຼາດ​ສາ​ກົນ,​ຂ້າ​ພະ​ເຈົ້າ​ມີ​ຄວາມ​ທະ​ນົງ​ໃຈ​ວ່າ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ທີ່​ຜະ​ລິດ​ຈາກ​ລາວ​ໂດຍ​ສະ​ເພາະ​ເຄື່ອງ​ນຸ່ງ​ຫົ່ມ​ພວກ​ເຮົາ​ມີ​ຄຸນ​ນະພາ​ບທຽ​ບ​ເທົ່າ​ສາກົນ​ຫຼື​ວ່າ​ບາງ​ໂຮງງານ​ຍັງ​ຜະ​ລິດ​ໄດ້​ດີກ​ວ່າ,ຄິດ​ວ່າ​ກາ​ລະ​ໂອ​ກາດ​ນີ້​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ທິ​ເທົ່າ​ທຽມ​ກັບ​ປະ​ເທດ​ອື່ນ,​ແລະ​ພວກ​ເຮົາ​ໃນ​ນາມ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ບໍ່​ໄດ້​ມີ​ການ​ຈຳ​ກັດ​ເລື່ອງ​ຕະ​ຫຼາດ​ຢູ່​ແລ້ວ,ບໍ່​ມີ​ໂຄ​ຕາ,​ບໍ່​ມີ​ການຈຳ​ກັດ​ໂຄ​ຕາ,ບໍ່​ມີ​ຫຍັງ."

ທ່ານ​ອ່ອນ​ສີ ບຸດ​ສີ​ວັງ​ສັກ​ຍັງ​ກ່າວ​ຕື່ມ​ອີກ​ວ່າ,​ໃນ​ຂະນະ​ທີ່​ປະ​ເຊີນ​ກັບ​ໂອ​ກາດ​ທີ່​ດີ,​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ​ລາວ​ກໍ່​ຍັງ​ມີຈຸດ​ອ່ອນ​ບາງ​ຢ່າງ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ,​ສະ​ນັ້ນ,​ຕ້ອງ​ເລັ່ງ​ລັດ​ປັບ​ປຸງ​ອຸດ​ສາ​ຫະ​ກຳ​ໃຫ້​ມີ​ລະ​ດັບ​ສູງ​ຂຶ້ນ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ສາ​ກົນ.​ທ່ານ​ກ່າວ​ວ່າ:

"ເຮົາ​ຕ້ອງ​ຄຳ​ນຶງ​ເຖິງ​ວ່າ​ຫຼັງ​ຈາ​ກປະ​ເທດ​ລາວ​ເຮົາ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ເປັນ​ດ້ອຍ​ພັດ​ທະ​ນາ​ຕາມ​ທີ່​ລັດຖະບານ​ລາວ​ໄດ້​ກະ​ໄວ້​ໃນ​ປີ​2020,​ພວກ​ເຮົາ​ຈະ​ຕ້ອງ​ແຂ່ງ​ຂັນ​ກັບປະ​ເທດ​ອື່ນ​ໃນ​ຖານະ​ດຽວ​ກັນ,ພວກ​ເຮົາ​ຈະ​ບໍ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ຕໍ່​ໄປ,​ດັ່ງ​ນັ້ນ,​ແຕ່​ນີ້​ຕໍ່​ໄປ​ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕ້ອງ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ຂອງ​ຄົນ​ລາວ​ເຮົາ​ໃຫ້​ກ້າວ​ຂຶ້ນ,​ພ້ອມ​ກັນ​ນັ້ນ,​ພວກ​ເຮົາ​ກໍ່​ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ​ລາວ​ໃຫ້​ທັນ​ສະ​ໄໝ​ຂຶ້ນ​ກວ່າ​ເກົ່າ,​ໝາຍ​ຄວາມ​ວ່າ,​ແທນ​ທີ່​ເຮົາ​ຈະ​ໃຊ້​ເຄື່ອງ​ຈັກ​ແບບ​ເກົ່າ,​ຊັກ​ຊ້າ,​ຄຸນ​ນະ​ພາບ​ບໍ່​ສູງ,​ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ທີ່​ຈະ​ຕ້ອງ​ໃຊ້​ເຄື່ອງ​ຈັກ​ທີ່​ມີ​ອັດ​ຕະ​ໂນ​ມັດ​ຫຼາຍ​ຂຶ້ນ,​ມີ​ຄວາມ​ວ່ອງ​ໄວ​ຫຼາຍ​ຂຶ້ນ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມາ​ຮອດ​ປະ​ຈຸ​ບັນ​ນີ້,ປະ​ເທດ​ລາວ​ກໍ່​ເປັນ​ປະ​ເທດ​ນ້ອຍ,​ສິນ​ຄ້າ​ກໍ່​ມີ​ຈຳ​ນວນ​ໜ້ອຍ,​ຄັນ​ຊິ​ເວົ້າ​ແລ້ວ,ຖ້າ​ວ່າ​ເຮົາ​ຢາກ​ເຮັດ​ການ​ຄ້າ​ກັບ​ສາ​ກົນ,​ພວກ​ເຮົາ​ກໍ່​ຕ້ອງ​ມີ​ສິນ​ຄ້າ​ຫຼາຍ​ແລະ​ກໍ່​ຕ້ອງ​ມີ​ສິນ​ຄ້າ​ຫຼາກ​ຫຼາຍ​ຊະ​ນິດ,​ແລະ​ໃຫ້​ຊື່​ໄດ້​ປະ​ຈຳ​ຕໍ່​ເນື່ອງ​ໃນ​ຄຸນ​ນະພາ​ບອັນ​ສະ​ໝ່ຳສ​ະ​ເໝີ,​ອັນ​ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເບິ່ງ."