ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ສະ​ແດງ​ທັດ​ສະ​ນະ​ກ່ຽວ​ກັບ​ກ່ຳ​ປັ່ນ​ຕິດ​ຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຈີນ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ນ່ານ​ທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-25 16:32:52     cri
ໃນ​ເວລາ​ຕອບ​ຢືນຢັນ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເຫດການກອງ​ກ່ຳ​ປັ່ນ​ຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຈີນ​ໄດ້​ປະຕິບັດ​ໜ້າ​ທີ່​ໃນ​ນ່ານທະ​ເລ​​ເກາະ​ຕ້ຽວ​ອີ12​ໄມ​ທະ​ເລ​ໃນ​ວັນ​ທີ25​ຕຸລາ​ນີ້,ທ່ານ​ຫົງ​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ:ການ​ທີ່​ກ່ຳ​ປັ່ນ​ຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຈີນ​ປະຕິບັດ​ໜ້າ​ທີ່​ໃນ​ການ​ລາດຕະ​ເວນ​ປົກ​ປ້ອງ​ສິດ​ອຳນາດທາງ​ທະ​ເລ​ຕາມ​ປົກ​ກະຕິ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວອີ,ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ​ສິດ​ຄຸ້ມ​ຄອງ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ຕາມ​ປົກກະຕິ.