ທ່ານຮອງນາຍົກລັດຖະມົນຕີລາວ​ກ່າວ​ຄໍາ​ປາ​ໄສ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ພະ​ລັງ​ງານ​ຂອງ​ໂລກ​ຢູ່​ດູ​ໄບ

(GMT+08:00) 2012-10-25 15:41:49     cri
ໃນໂອກາດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານ​ພະ​ລັງ​ງານ​ຂອງ​ໂລກ ທີ່​ຈັດ​ຂື້ນ​ຢູ່​ນະ​ຄອນ​ດູ​ໄບ​ສະ​ຫະ​ລັດ​ອາ​ຣັບ ເອ​ມີ​ເຣັດ​ໃນ​ວັນ​ທີ​22​ຕຸ​ລາ​ນີ້,​ທ່ານ​ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ກ່າວ​ຄໍາ​ປາ​ໃສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານກ່າວວ່າ: ເວທີປຶກສາຫາລືສໍາຄັນດັ່ງກ່າວນີ້ຈະເປັນການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່ໂ​ລກ​ເຮົາ​ພວມ​ພະ​ເຊີນ​ໃນ​ປັດ​ຈຸ​ບັນ.​ພ້ອມ​ດຽວ​ກັນ​ນັ້ນ,​ກໍ່​ກົງ​ກັບ​ປີ​ສາ​ກົນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກໍາ​ນົດ​ໃຫ້​ເປັນ​ປີ​ແຫ່ງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ເພື່ອ​ໝົດ​ທຸກ​ຄົນ. ສະ​ນັ້ນ,​ເພື່ອ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ດັ່ງ​ກ່າວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ,​ຈື່ງ​ມີ​ຄວາມ​ຈໍາ ເປັນ ໃຫ້​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂອ້ງ,​ບໍ່​ວ່າ​ຈະ​ເ​ປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ຫຼື ພວມ​ພັດ​ທະ​ນາ,​ປະ​ເທດ​ທີ່​ຮັ່ງ​ມີ​ຫຼື​ທຸກ​ຍາກ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຍຸດ​ທະ​ສາດ​ອັນ​ໃໝ່​ເພື່ອ​ຮັດ​ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ລະ​ຫວ່າງ​ພາກ​ລັດ ແລະ​ເອ​ກະ​ຊົນ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ເຂົ້າ​ສູ່​ການ​ຊົມ​ໃຊ້​ພະ​ລັງ​ງານ.

ທ່ານ​ສົມ​ສະຫວາດ​ ​ເລັ່ງສະຫວັດ​ກ່າວ​ຕໍ່​ໄປ​ວ່າ:​ໂດຍ​ຄໍາ​ນືງ​ເຖິງ​ສະ​ພາບ​ການ​ກ່ຽວ​ກັບ ພະ​ລັງ​ງານ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ​ນີ້, ລັດ​ຖະ​ບານ​ລາວ​ເຫັນ​ດີ​ນໍາ​ແນວ​ຄິດ​ລິ​ເລີ່ມ​ອັນ​ກ້າ​ຫານ ຂອງ​ທ່ານ​ບັນ​ກີ​ມູນ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໄດ້​ເປີດ​ປີ​ສາ​ກົນ ແຫ່ງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ເພື່ອ​ໝົດ​ທຸກ​ຄົນ​ໃນ​ປີ​ກາຍ​ນີ້.​ພ້ອມ​ດຽວ​ກັນ​ນັ້ນ,​ລັດ​ຖະ​ບານ​ລາວ​ຍັງ​ສະ​ໜັບ​ສະ​ໜູນ​ຂໍ​ສະ​ເໜີ​ຂອງ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ທີ່​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ດໍາ​ເນີນ ການ​ສຶກ​ສາ​ຄົ້ນ​ຄ້ວາ​ຢ່າງ​ເລິກ​ເຊິ່ງ​ທີ່​ຖ້ວນ​ກ່ຽວ​ກັບ​ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ​ອື່ນໆ.

ທ່ານສົມ​ສະຫວາດ ​ເລັ່ງສະ​ວັດ​ກ່າວ​ເນັ້ນວ່າ: ລັດຖະບານລາວໄດ້ມີການພັດ​ທະ​ນາ​ຢ່າງ​ຈິງ​ຈັງ​ຕໍ່​ບັນ​ຫາ​ດັ່ງ​ກ່າວ​ເປັນ​ຕົ້ນ,​ ໄດ້​ລົງ​ມື​ໃສ່​ໂຄງ​ການ​ກໍ່​ສ້າງ​ເຂຶ່ອນ​ແບບ​ຝາຍ​ນໍ້າ​ລົ້ນ​ຢູ່​ລໍາ​ແມ່​ນໍ້າ​ຂອງ​ເພື່ອ​ຂະ​ຫຍາຍ​ສັບ​ພະ​ຍາ​ກອນ​ພະ​ລັງ​ງານ​ທີ່​ບໍ່​ບົກ​ແຫ້ງ.​ນອກ​ນັ້ນ,​ ຍັງ​ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ແລະ​ການ​ຕິດ​ຕັ້ງ​ໄຟ​ຟ້າ ພາຍ​ໃນ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ,​ຈື່ງ​ໄດ້​ເຮັດ​ໃຫ້​ຈໍາ​ນວນ​80%​ຂອງຈໍາ​ນວນ​ຄອບ​ຄົວ​ທັງ​ໝົດ ໄດ້​ນໍາ​ໃຊ້​ໄຟ​ຟ້າ ລັດ​ຖະບ​ານ​ລາວ​ໄດ້​ຕັ້ງ​ເປົ້າ​ໃຫ້​ບັນ​ລຸ​90%​ໃນ​ປີ​2020​ແລະ​ຫວັງ​ວ່າ​ວົງ​ຄະ​ນາ​ຍາດ​ສາ​ກົນ ໂດຍ​ສະ​ເພາະ​ປະ​ເທດ​ທີ່​ໃກ້​ຄຽງ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ລາວ​ໃນ ການ​ຫັນ​ປ່ຽນ​ປະ​ເທດ​ລາວ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ອາ​ຊີ​ອາ​ຄະ​ເນ.​ນອກ​ນັ້ນ,​ການ​ຈັດ​ຕັ້ງ​ປະ​ຕິ​ ບັດ​ນະ​ໂຍ​ບາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກັບ​ການ​ຂະ​ຫຍາຍ​ຕົວ​ເມືອງ​ສີ​ຂຽວ ແລະ​ການ​ປ່ອຍ​ອາຍ​ກາກ​ບອນ​ໃຫ້​ຢູ່​ໃນ​ລະ​ດັບ​ຕໍ່າ​ນັ້ນ,​ລັດ​ຖະ​ບານ​ລາວ​ໄດ້​ວາງ​ຄາດ​ໝາຍ​ຂະ​ຫຍາຍ​ເນື້ອ​ທີ່​ປົກ​ຫຸ້ມ​ປ່າ​ໄມ້​ໃຫ້​ໄດ້​70%​ໃນ​ປີ2020.